• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

75 ປີ​ແຫ່ງວັນ​ສ້າງ​ຕັ້ງ ສ​ປ​ຊ: ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ, ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ພ້ອມ​ກັບ ສ​ປ​ຊ

ທ່ານ ຟ້າມບິ່ງມິງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ຊຸກຍູ້ການເຂົ້າຮ່ວມໃນບັນດາຄະນະຮັກສາສັນຕິພາບຂອງ ສປຊ, ພ້ອມທັງໃຫ້ຮູ້້ວ່າ ດ້ວຍຖານະເປັນປະທານອາຊຽນ 2020, ຫວຽດນາມພວມພະຍາຍາມຊຸກຍູ້ການຮ່ວມມື ລະຫວ່າງ ອາຊຽນ ແລະ ສປຊ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງກ່າວຄຳເຫັນທີ່ ພິທີ (ພາບ: VGP)

ໂດຍຕອບສະໜອງຄຳເຊື້ອເຊີນຈາກທ່ານ Kamal Maholtra ຜູ້ປະສານງານສປຊ ປະຈຳ ຫວຽດນາມ, ຕອນຄ່ຳວັນທີ 23 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ. ທ່ານ ຟ້າມບິ່ງມິງ ຕີລາຄາສູງ ຄວາມມານະພະຍາຍາມທີ່ບໍ່ຢຸດຢັ້ງຂອງສປຊ ເພື່ອການພັດທະນາຂອງໂລກໃນຕະຫຼອດ 75 ປີຜ່ານມາ, ທ່ານໄດ້ເນັ້ນໜັກເຖິງ ຄຳໝັ້ນສັນຍາຂອງຫວຽດນາມໃນການຊຸກຍູ້ລັດທິຫຼາຍຝ່າຍ ພ້ອມກັບ ສປຊ. ທ່ານ ຟ້າມບິ່ງມິງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ຊຸກຍູ້ການເຂົ້າຮ່ວມໃນບັນດາຄະນະຮັກສາສັນຕິພາບຂອງ ສປຊ, ພ້ອມທັງໃຫ້ຮູ້້ວ່າ ດ້ວຍຖານະເປັນປະທານອາຊຽນ 2020, ຫວຽດນາມພວມພະຍາຍາມຊຸກຍູ້ການຮ່ວມມື ລະຫວ່າງ ອາຊຽນ ແລະ ສປຊ, ລວມທັງການຮັບມືກັບຜົນກະທົບຈາກໂລກລະບາດ Covid – 19. ຫວຽດນາມປາດຖະໜາຢາກໃຫ້ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ສປຊ ສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top