ງານວາງສະແດງໄດ້ແນະນຳ 475 ສື່ສິ່ງພິມ; ປື້ມຂຽນກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ - ລາວ ເກືອບ 90 ຫົວ; ຟິມຮູບເງົາເອກະສານກ່ຽວກັບປະເທດ, ປະຊາຊົນ ຫວຽດນາມ ພ້ອມກັບຮູບຖ່າຍ 240 ແຜ່ນ

ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ທີ່ງານວາງສະແດງ
ຕອນບ່າຍວັນທີ 2 ຕຸລາ, ຢູ່ຫໍວັດທະນະທຳແຫ່ງຊາດ ລາວ, ທີ່ນະຄອນຫຼວງ ວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ, ທ່ອງທ່ຽວ ລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງ “ງານວາງສະແດງປື້ມ, ຮູບຖ່າຍ, ໜັງສືພິມ ຫວຽດນາມ - ລາວ ຜ່ານແງ່ມູມສື່ມວນຊົນ” ເພື່ອແນໃສ່ສະເຫຼີມສະຫຼອງ 40 ປີແຫ່ງວັນ 2 ປະເທດເຊັນສົນທິສັນຍາມິດຕະພາບ, ການຮ່ວມມື (1977- 2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (1962 – 2017).
ງານວາງສະແດງໄດ້ແນະນຳ 475 ສື່ສິ່ງພິມ; ປື້ມຂຽນກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ - ລາວ ເກືອບ 90 ຫົວ; ຟິມຮູບເງົາເອກະສານກ່ຽວກັບປະເທດ, ປະຊາຊົນ ຫວຽດນາມ ພ້ອມກັບຮູບຖ່າຍ 240 ແຜ່ນກ່ຽວກັບການພົວພັນທາງການທູດ, ພາບພົດປະເທດຊາດ, ປະຊາຊົນ, ສະພາບແວດລ້ອມເສດຖະກິດ, ວັດທະນະທຳ - ສັງຄົມຂອງ 2 ປະເທດ.

ບ່ອນວາງສະແດງກ່ຽວກັບສິ່ງພິມ
ໃນບົດກ່າວຄຳເຫັນຂອງຕົນ, ທ່ານ ບໍແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ບໍ່ພຽງແຕ່ເຫັນໄດ້ຄວາມກ້າວໜ້າໃນວຽກງານສື່ມວນຊົນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງ ສ່ອງແສງເຖິງບັນຫາຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງປະຊາຊົນ ຫວຽດນາມ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)