ຂ່າວສານ

55 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ -ລາວ: ງານວາງສະແດງປື້ມ, ຮູບຖ່າຍ, ໜັງສືພິມຫວຽດນາມ - ລາວ

      ງານວາງສະແດງໄດ້ແນະນຳ 475 ສື່ສິ່ງພິມ; ປື້ມຂຽນກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ - ລາວ ເກືອບ 90 ຫົວ; ຟິມຮູບເງົາເອກະສານກ່ຽວກັບປະເທດ, ປະຊາຊົນ ຫວຽດນາມ ພ້ອມກັບຮູບຖ່າຍ 240 ແຜ່ນ
ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ທີ່ງານວາງສະແດງ      
 
      ຕອນບ່າຍວັນທີ 2 ຕຸລາ, ຢູ່ຫໍວັດທະນະທຳແຫ່ງຊາດ ລາວ, ທີ່ນະຄອນຫຼວງ ວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ, ທ່ອງທ່ຽວ ລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງ “ງານວາງສະແດງປື້ມ, ຮູບຖ່າຍ, ໜັງສືພິມ ຫວຽດນາມ - ລາວ ຜ່ານແງ່ມູມສື່ມວນຊົນ” ເພື່ອແນໃສ່ສະເຫຼີມສະຫຼອງ 40 ປີແຫ່ງວັນ 2 ປະເທດເຊັນສົນທິສັນຍາມິດຕະພາບ, ການຮ່ວມມື (1977- 2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (1962 – 2017).
        ງານວາງສະແດງໄດ້ແນະນຳ 475 ສື່ສິ່ງພິມ; ປື້ມຂຽນກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ - ລາວ ເກືອບ 90 ຫົວ; ຟິມຮູບເງົາເອກະສານກ່ຽວກັບປະເທດ, ປະຊາຊົນ ຫວຽດນາມ ພ້ອມກັບຮູບຖ່າຍ 240 ແຜ່ນກ່ຽວກັບການພົວພັນທາງການທູດ, ພາບພົດປະເທດຊາດ, ປະຊາຊົນ, ສະພາບແວດລ້ອມເສດຖະກິດ, ວັດທະນະທຳ - ສັງຄົມຂອງ 2 ປະເທດ.
     
ບ່ອນວາງສະແດງກ່ຽວກັບສິ່ງພິມ
      ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງມີງຕ໋ວນ, ຮອງຫົວໜ້າຄະນະໂຄສະນາສູນກາງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ເນັ້ນໜັກວ່າ: ງານວາງສະແດງແມ່ນຂີດໝາຍໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ, ສ້າງບາດກ້າວຫັນປ່ຽນສູງກ່ວາອີກກ່ຽວກັບສະຕິຄວາມຮັບຮູ້ສາຍພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ຢູ່ຂັ້ນກະຊວງ, ຂະແໜງການ, ບັນດາທ້ອງຖິ່ນ ແລະ ປະຊາຊົນທຸກຊັ້ນວັນນະ; ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສິລະປະ, ກິລາ, ທ່ອງທ່ຽວ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ສົ່ງເສີມການລົງທຶນລະຫວ່າງ 2 ປະເທດ.
        ໃນບົດກ່າວຄຳເຫັນຂອງຕົນ, ທ່ານ ບໍແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ບໍ່ພຽງແຕ່ເຫັນໄດ້ຄວາມກ້າວໜ້າໃນວຽກງານສື່ມວນຊົນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງ ສ່ອງແສງເຖິງບັນຫາຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງປະຊາຊົນ  ຫວຽດນາມ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

top