• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

53 ປີທີ່ຜ່ານມາ, ອາຊຽນປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນທົ່ວໂລກ

      ອາຊຽນໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ທົ່ວໂລກໃນໄລຍະ 53 ປີທີ່ຜ່ານມາ.

ພາບປະກອບ: TTXVN
      ນັ້ນແມ່ນຄຳເຫັນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນພິທີຊັກທຸງເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2020) ຢູ່ສຳນັກງານກະຊວງການຕ່າງປະເທດລາວ ທີ່ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊກົມມະສິດ ໄດ້ເນັ້ນໜັກວ່າ ໜຶ່ງໃນບັນດາຜົນງານສຳຄັນນັ້ນແມ່ນ ໃນຖານະເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ, ອາຊຽນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ກໍ່ຄືລະຫວ່າງ ອາຊຽນກັບບັນດາຄູ່ເຈລະຈາຂອງກຸ່ມ. ໃນສະພາບການພາກພື້ນ ແລະ ໂລກພວມປະເຊີນໜ້າກັບໄພພິບັດທຳມະຊາດ ແລະ ໂລກລະບາດ Covid – 19, ອາຊຽນ ແລະ ບັນດາຄູ່ເຈລະຈາໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະ ກຳລັງຄວາມສາມາດຂອງຕົນ, ຮັບປະກັນສືບຕໍ່ປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ການເຄື່ອນໄຫວຕາມ 3 ສຳຄ້ຳປະຊາຄົມ. ອາຊຽນພວມບັນລຸໄດ້ບັນດາຜົນງານເທື່ອລະກ້າວ ເປັນຕົ້ນແມ່ນການສ້າງຕັ້ງກອງທຶນຮ່ວມມືຮັບມືກັບໂລກລະບາດ Covid – 19, ສ້າງສາງແຮວັດຖຸ, ອຸປະກອນການແພດຂອງພາກພື້ນອາຊຽນ ແລະ ຮຽບຮຽງແຜນການຟື້ນຟູ ອາຊຽນຢ່າງຮອບດ້ານໃນໄລຍະຫຼັງ ໂລກລະບາດ Covid – 19.    
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top