• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

5 ພັນຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກ

      ຕອນເຊົ້າວັນທີ 5 ສິງຫາ, ສະພາກາແດງນະຄອນໂຮ່ຈິມິນ ໄດ້ສົມທົບກັບສູນໂທລະພາບຫວຽດນາມຢູ່ນະຄອນໂຮ່ຈິມິນ ຈັດລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ
      ລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກປີ 2017 ເພື່ອແນໃສ່ຈຸດປະສົງຮຽກຮ້ອງວົງຄະນະຍາດຮ່ວມແຮງຮ່ວມໃຈເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ-ວັນທີ 10 ສິງຫາ, ຕອນເຊົ້າວັນທີ 5 ສິງຫາ, ສະພາກາແດງນະຄອນໂຮ່ຈິມິນ ໄດ້ສົມທົບກັບສູນໂທລະພາບຫວຽດນາມຢູ່ນະຄອນໂຮ່ຈິມິນ ຈັດລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກປີ 2017. ປີນີ້, ລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກ ໄດ້ດຶງດູດ 5 ພັນຄົນເຂົ້າຮ່ວມ. ລາຍການໄດ້ຮຽກຮ້ອງໃຫ້ທຸກໆຄົນຈົ່ງຮ່ວມແຮງຮ່ວມໃຈ, ເບິ່ງແຍງດູແລສຸຂະພາບ, ປົວແປງເງຶ່ອນໄຂແຫ່ງຊີວິດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ, ຄົນພິການທີ່ທຸກຍາກ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top