1. ໂລກລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດວິກິດການ ຮອບດ້ານທີ່ບໍ່ເຄີຍມີມາກ່ອນ, ສົ່ງຜົນກະທົບໄປທົ່ວໂລກ
ຈາກຜູ້ຕິດເຊື້ອໂຄວິດ 19 ລາຍທຳອິດຢູ່ເມືອງ ອູຫັ່ນ ປະເທດຈີນ ເມື່ອວັນທີ 17 ພະຈິກປີ 2019, ໂລກລະບາດໄດ້ແຜ່ລາມອອກ ສູ່ວົງກວ້າງເຖິງ 5 ທະວີບ ແລະ ຮອດເດືອນ ທັນວາປີ 2020 ເຮັດໃຫ້ ກວ່າ 83 ລ້ານຄົນຖືກຕິດເຊື້ອ ແລະ ກວ່າ 1.8 ລ້ານ ຄົນຖືກ ເສຍຊີວິດ ແລະ ຕົວເລກນີ້ຍັງຈະເພີ່ມຂຶ້ນອີກ. ສ ອາເມລິກາ, ອິນເດຍ, ບຣາຊີນ, ລັດເຊຍ ແມ່ນບັນດາປະເທດ ຖືກຜົນສະທ້ອນ ຢ່າງໜັກໜ່ວງກວ່າໝູ່.

ທະນາຄານໂລກ(WB) ຄາດຄະເນວ່າ ໂລກລະບາດໂຄວິດ 19 ເຮັດໃຫ້ GDP ທົ່ວໂລກ ຫຼຸດລົງ 3-6% ແລະ ກໍ່ຄວາມເສຍຫາຍ ຢ່າງຫນ້ອຍສຸດແມ່ນ 5.000 ຕື້ USD ແລະກໍ່ໃຫ້ເກີດວິກິດການ ຮອບດ້ານ, ສ້າງຄວາມປ່ຽນແປງຢ່າງເລິກເຊິ່ງໃນຊີວິດ ການເປັນຢູ່ຂອງປະຊາຊົນ, ກໍ່ຄືດ້ານເສດຖະກິດ, ການເມືອງ, ການທູດ, ວັດທະນະທຳ, ກິລາ, ການສັນຈອນໄປມາຂອງ ບັນດາປະເທດ ແລະ ບັນດາການພົວພັນສາກົນ.
2. ການຄັດເລືອກປະທານາທາບໍດີ ແບບຜິດປົກກະຕິໃນປະຫວັດສາດ ສ ອາເມລິກາ
ການເລືອກຕັ້ງປະທານາທິບໍດີ ອາເມລິກາ ໄດ້ຈັດຕັ້ງໃນສະພາບ ການໂລກລະບາດ ໂຄວິດ-19 ພວມໄຂຂຶ້ນຢ່າງສັບສົນ ແຕ່ຍັງດຶງດູດຜູ້ມີສິດເລືອກຕັ້ງ ສ ອາເມລິກາ ເກືອບ 160 ລ້ານຄົນ ໄປປ່ອນບັດດ້ວຍຫຼາຍຮູບການ.

ທ່ານ Joe Biden ໄດ້ກາຍເປັນປະທານາທິບໍດີ ຜູ້ທີ 46 ຂອງປະເທດ ສ ອາເມລິກາ ຫຼັງຈາກຍາດໄດ້ທັງໝົດ 306/538 ບັດຈາກຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ.
ພ້ອມກັນນັ້ນ, ທ່ານນາງ Kamala Harris ກໍ່ກາຍເປັນຮອງປະທານາທິບໍດີຍິງຜູ້ທຳອິດໃນປະຫວັດສາດກວ່າ 200 ປີຂອງ ສ ອາເມລິກາ.
3. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນໄດ້ລົງນາມ
ພາຍຫຼັງການເຈລະຈາມາເປັນເວລາ 8 ປີ, ວັນທີ 15 ພະຈິກ, 10 ປະເທດສະມາຊິກຂອງ ອາຊຽນ ພ້ອມກັບ 5 ຄູ່ຮ່ວມມື ໄດ້ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP).

RCEP ເປັນສັນຍາຮອບດ້ານ ແລະ ມີຄຸນນະພາບສູງ, ສ້າງ ໂອກາດໃໝ່ໃຫ້ແກ່ການຮ່ວມມືການຄ້າຫຼາຍຝ່າຍຢູ່ຂົງເຂດ ອາຊີ-ປາຊີຟິກ, ສ້າງກຳລັງໜູນທີ່ສຳຄັນ ເພື່ອຊຸກຍູ້ການ ຂະຫຍາຍຕົວ ແລະ ຟື້ນຟູເສດຖະກິດໂລກ ພວມຊຸດໂຊມ ໂດຍຜົນກະທົບຈາກໂລກລະບາດ ໂຄວິດ-19.
4. ເສດຖະກິດໂລກ ຕົກໃສ່ສະພາບການຊຸດໂຊມ ຂີ້ຮ້າຍທີ່ສຸດນັບຕັ້ງແຕ່ສົງຄາມໂລກ ຄັ້ງທີສອງ
ຕາມການຕີລາຄາຂອງກອງທຶນໂລກ (IMF), ໂດຍໄດ້ຮັບຜົນສະທ້ອນຈາກໂລກລະບາດ ໂຄວິດ-19, ເສດຖະກິດໂລກ ຫຼຸດ 4,4% ໃນປີ 2020.

ບັນດາວິທີແກ້ໄຂຄືປິດລ້ອມ ແລະ ອັດປະຕູຢູ່ດ່ານຊາຍແດນ ເພື່ອຄວບຄຸມໂລກລະບາດ ໄດ້ເຮັດໃຫ້ການແລກປ່ຽນການຄ້າຖືກຢຸດສະງັກ, ວິສາຫະກິດຫຼາຍແຫ່ງຖືກລົ້ມລະລາຍ, ພິເສດໃນຂະແໜງການເດີນອາກາດ, ການທ່ອງທ່ຽວ ແລະ ຂາຍຍ່ອຍ.
ບັນດາປະເທດໄດ້ນຳໃຊ້ບັນດາວິທີກະຕຸກຊຸກຍູ້ເສດຖະກິດ ດ້ວຍຈຳນວນເງິນຫຼາຍພັນຕື້ໂດລາສະຫະລັດ ພ້ອມກັບການໃຫ້ກູ້ຢືມ ຢ່າງຮີບດ່ວນ ທີ່ບໍ່ເຄີນເຫັນມາກ່ອນ ເພື່ອຊ່ວຍເຫຼືອໃຫ້ແກ່ ພື້ນຖານເສດຖະກິດ.
5. ອິດສະຣາແອນ ຫັນເປັນປົກກະຕິການພົວພັນກັບ 4 ປະເທດ ອາຣັບ
ໃນເວລາ 4 ເດືອນ, ອິດສະຣາແອນ ໄດ້ສ້າງຕັ້ງການພົວພັນທາງ ການທູດກັບ 4 ປະເທດ ອາຣັບ ແມ່ນ ສະຫະລັດ ອາຣັບ ເອມມີເລດ (UAE), ບາເຣນ, ຊຸດັງ ແລະ ມາຣົກ.

6. ການເດີນຂະບວນປະທ້ວງ ແລະ ນຳໃຊ້ຄວາມຮຸນແຮງ ທີ່ກ່ຽວຂ້ອງເຖິງການຈຳແນກເຊື້ອຊາດຜິວພັນ ແລະ ສາສະໜາ
ບັນດາການເດີນຂະບວນປະທ້ອງ ຕ້ານການຈຳແນກເຊື້ອຊາດ ຜິວພັນ ໃນທົ່ວປະເທດ ສ ອາເມລິກາ ພາຍຫຼັງເຫດການ ຕຳຫຼວດນຳໃຊ້ຄວາມຮຸນແຮງ ເຮັດໃຫ້ທ້າວ George Floyd ຖືກເສຍຊີວິດ ໄດ້ລາມອອກໄປທົ່ວໂລກ.

ບັນດາການເດີນຂະບວນປະທ້ອງຕ້ານການຈຳແນກເຊື້ອຊາດ ຜິວພັນ ໄຂຂຶ້ນຢ່າງຟົດສະໜັ່ນ ຢູ່ຫຼາຍປະເທດຂອງ ຝຣັ່ງ, ເຢຍລະມັນ, ແບນຊິກ, ອັງກິດ,ອີຕຕາລີ, ໂຮນລັງ, ການາດາ, ອົດສະຕຣາລີ, ໄທ...
7. ການປະທະກັນຢູ່ Nagorno – Karabakh
ນີ້ໄດ້ຮັບຖືວ່າ ແມ່ນການຕໍ່ສູ້ນອງເລືອດທີ່ສຸດລະຫວ່າງ ອາກເມເນຍ ແລະ ອາແຊກໄບຢານ ນັບແຕ່ປີ 1994 ໄດ້ເຮັດໃຫ້ 5000 ຄົນຢູ່ທັງສອງຝ່າຍຖືກເສຍຊີວິດ. ດ້ວຍການເປັນກາງຂອງລັດເຊຍ ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໃນຮຸ່ງເຊົ້າວັນທີ 10 ພະຈິກປີ 2020. ເຖິງວ່າບັນລຸໄດ້ຂໍ້ຕົກລົງຢຸດຍິງກໍຕາມ ແຕ່ຄວາມຂັດແຍ້ງລະຫວ່າງ ອາກເມເນຍ ແລະ ອາແຊກໄບຢານ, ຄວາມຂັດແຍ້ງເຜົ່າພັນຢູ່ Nagorno-Karabakh ຍັງຄົງຕົວ ແລະຍາກທີ່ຈະແກ້ໄຂໄດ້, ຍາມໃດກໍ່ມີຄວາມສ່ຽງເກີດຂຶ້ນ.

8. ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ ດ້ວຍຂໍ້ຕົກລົງດ້ານການຄ້າທາງການ
ພາຍຫຼັງ 47 ປີເປັນສະມາຊິກຂອງສະຫະພາບ ເອີລົບ (EU), ອັງກິດໄດ້ຖອນອອກຈາກກຸ່ມຢ່າງເປັນທາງການເມື່ອວັນທີ 31 ມັງກອນປີ 2020 ແຕ່ຫຼັງຈາກນັ້ນແມ່ນວິວັດການມອບໂອນ ເຕັມໄປດ້ວຍຄວາມສັບສົນ. ໃນຕະຫລອດ 1 ປີຜ່ານມາ, ບັນດາການເຈລະຈາກຳນົດສ້າງການພົວພັນລະຫວ່າງ ອັງກິດ ແລະ ອີຢູ ສືບຕໍ່ປະສົບກັບສິ່ງກີດຂວາງ ແລະ ແກ່ຍາວ.

9. ຫຼາຍປະເທດຊອກຫາວິທີ “ຄຸ້ມຄອງ” ບັນດາບໍລິສັດ ເຕັກໂນໂລຊີ ລາຍໃຫຍ່
ບັນດາເວັບໄຊທີ່ມີຫຼາຍຕື້ຄົນນຳໃຊ້ຄື Facebook, Google, Twitter ໄດ້ຮັບການສຳຫຼວດ, ຮ້ອງຟ້ອງຢ່າງຕໍ່ເນື່ອງ ຢູ່ຫຼາຍປະເທດ ຍ້ອນຍັງບໍ່ທັນມີການເຄື່ອນໄຫວ ເພື່ອສະກັດກັ້ນ ການກະຈາຍອອກແຫຼ່ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເນື້ອໃນບໍ່ດີຜ່ານທາງອິນເຕີເນັດ.

ອົດສະຕຣາລີ ແລະ ຝຣັ່ງ ຮຽນຮ້ອງບັນດາເວັບໄຊ ຕ້ອງຈ່າຍເງິນ ໃຫ້ແກ່ການນຳໃຊ້ຂ່າວ ທີ່ເອົາມາຈາກໜັງສືພິມພາຍໃນ.
ດ້ວຍເຫດຜົນຮັບປະກັນຄວາມສະຫງົບແຫ່ງຊາດ, ສ ອາເມລິກາ, ອິນເດຍ, ອົດສະຕຣາລີ... ຫ້າມນຳໃຊ້ TikTok, WeChat...
10. ນັກເຕະບານໃນຕຳນານ Maradona ເສຍຊີວິດ
ນັກເຕະບານໃນຕຳນານ Maradona ເສຍຊີວິດຍ້ອນ ຫົວໃຈວາຍ ເມື່ອວັນທີ 25 ພະຈິກ 2020 ໃນໄວອາຍຸ 60 ປີ.

ຈາກການຈາກໄປຂອງເພິ່ນ, ປະເທດ ອາກຊັງຕິນ ຕັດສິນໃຈ ຈັດຕັ້ງ ງານສົບລະດັບຊາດພາຍໃນ 3 ວັນ, ດ້ວຍການເຂົ້າຮ່ວມ ຂອງກອງເຊຍຫຼາຍພັນຄົນ. ບັນດາການເຄື່ອນໄຫວເພື່ອ ຍ້ອງຍໍສັນລະເສີນ Maradona ກໍ່ໄດ້ຈັດຂຶ້ນຢູ່ຫຼາຍ ບ່ອນໃນໂລກ.
ປີ 2000, Maradona ໄດ້ຮັບລາງວັນ ນັກເຕະບານດີເດັ່ນທີ່ສຸດໃນສະຕະວັດທີ 20 ຂອງ FIFA ພ້ອມກັບນັກເຕະບານ ໃນຕຳນານ Pele (ບຣາຊິນ).
ປະຕິບັດໂດຍ: VNP