• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫວ້ - ດ່າໜັງ: ຕ້ອນຮັບເຮືອທ່ອງທ່ຽວ 2 ລຳດ້ວຍຈຳນວນແຂກທ່ອງທ່ຽວ 1200 ຄົນ

      ໃນລະຫວ່າງວັນທີ 18 – 19 ກຸມພາ, ເຮືອທ່ອງທ່ຽວຂະໜາດນ້ອຍ 2 ລຳແມ່ນ Crystai Symphony ແລະ Silvar Spirit ສັນຊາດ Bahamas ໄດ້ເຂົ້າທຽບທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່າໜັງ ແລະ ທ່າກ່ຳປັ່ນ ເຈິນໄມ, ແຂວງ ເທື່ອທຽນເຫວ້ ຂົນສົ່ງແຂກທ່ອງທ່ຽວກ່ວາ 1200 ຄົນມາຈາກບັນດາປະເທດ ເອີຣົບເໜືອ, ອາເມລິກາເໜືອ, ອົດສະຕາລີ ພ້ອມກັບລູກເຮືອມາຢ້ຽມຢາມ 2 ນະຄອນທ່ອງທ່ຽວດັ່ງກ່າວ.
 
     
      ພາຍຫລັງເຮືອທ່ອງທ່ຽວ 2 ລຳເຂົ້າທຽບທ່າກ່ຳປັ່ນ ຕຽນຊາ ແລະ ເຈິນໄມ, ແພດໝໍຂອງບັນດາທ້ອງຖິ່ນໄດ້ຂຶ້ນເຮືອ, ດຳເນີນການກວດພະຍາດໃຫ້ແຂກທ່ອງທ່ຽວທັງໝົດ ແລະ ລູກເຮືອທີ່ມີຄວາມຕ້ອງການເຂົ້າທຽບທ່າ. ໃນການກວດ ບໍ່ພົບເຫັນກໍລະນີໃດທີ່ມີອາການເບື້ອງຕົ້ນຂອງໄວຣັດ Covid-19.
 (ແຫຼ່ງຄັດຈາກ VOV)

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.

Top