• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ສະໜາມບິນ​ສາກົນ Baghdad: ອາ​ເມ​ລິ​ກາ ​ແລະ ອີຣັກ ປຶກສາ​ຫາລືກ່ຽວກັບ​ບັນດາ​ມາດ​ຕະການຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ

ວັນທີ 3 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດຂອງປະເທດນີ້ ໄດ້ມີການເຈລະຈາຜ່ານທາງໂທລະສັບ ກັບ ທ່ານປະທານສະພາແຫ່ງຊາດ ອີຣັກ Mohammaed al – Halbousi.

ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

 ໃນແຈ້ງການ, ໂຄສົກກະຊວງການຕ່າງປະເທດຂອງ ອາເມລິກາ Morgan Ortagus ໃຫ້ຮູ້ວ່າ: “ລັດຖະມົນຕີການຕ່າງປະເທດ ອາເມລິກາ Pompeo ຕີລາຄາສູງເລື່ອງ ທ່ານ al – Halbousi ຮັກສາການພົວພັນຄູ່ຮ່ວມມືກັບ ອາເມລິກາ. ເຈົ້າໜ້າທີ່ສອງທ່ານ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງເລື່ອງຫຼຸດຜ່ອນຄວາມເຄັ່່ງຕຶງຢູ່ ອີຣັກ ແລະ ໃນພາກພື້ນ”.

        ແລະ ກໍໃນວັນດຽວກັນ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍໄດ້ເຈລະຈາທາງໂທລະສັບກັບ ເຈົ້າຊາຍ Mohammed bin Salman Al Saud ຂອງ ອາຣັບບິ ຊາອຸດິ ແລະ ກໍາມະການຜູ້ປະຈໍາການລັດຖະບານ ຈີນ, ເສນາທິການໃຫຍ່ກອງທັບ ປາກິດສະຖານ ພ້ອມດ້ວຍລັດຖະມົນຕີການຕ່າງປະເທດ ຂອງບັນດາປະເທດ ເຢຍລະມັນ, ອັງກິດ ແລະ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຢູ່ ອີຣັກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top