• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດໃນສະພາບເກີດໂລກລະບາດໂຄວິດ 19

      ເວທີປາໄສຫັນກະສິກຳຫວຽດນາມ ເປັນດີຈີຕອນປີ 2021 ມີການເຂົ້າຮ່ວມອອນລາຍ ຂອງຜູ້ແທນຈາກກ່ວາ 1300 ແຫ່ງໃນທົ່ວປະເທດ ແລະ ກ່ວາ 35 ປະເທດ ແລະ ເຂດແຄ້ວນໃນໂລກ.
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ baoquocte.vn)
      ຕອນບ່າຍວັນທີ່ 16 ກັນຍາ, ຢູ້ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຫະສະມາຄົມກະສິກຳດີຈີຕອນຫວຽດນາມ (VIDA)  ແລະ ສື່ເອເລກໂຕນິກ VnExpress ໄດ້ຈັດເວທີປາໄສຫັນກະສິກຳຫວຽດນາມ ເປັນດີຈີຕອນປີ 2021 ດ້ວຍຫົວເລື່ອງ “ໄປທັນກັບບັນດາທ່າອ່ຽງຕະຫຼາດ, ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ ໃນສະພາບເກີດໂລກລະບາດໂຄວິດ 19 ແລະ ຫຼັງ ໂລກລະບາດໂຄວິດ 19”. ເຫດການດັ່ງກ່າວກໍ່ມີການເຂົ້າຮ່ວມອອນລາຍ ຂອງຜູ້ແທນຈາກກ່ວາ 1300 ແຫ່ງໃນທົ່ວປະເທດ ແລະ ກ່ວາ 35 ປະເທດ ແລະ ເຂດແຄ້ວນໃນໂລກ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ:
      ເພື່ອກະກຽມໃຫ້ແກ່ການພັດທະນາຂອງເສດຖະກິດຫວຽດນາມ ໃນໄລຍະຫຼັງ ໂລກລະບາດໂຄວິດ 19, ກະຊວງ ການຕ່າງປະເທດ ຈະສືບຕໍ່ບົດບາດນຳໜ້າ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ຮ່ວມເດີນທາງພ້ອມກັບບັນດາທ້ອງຖິ່ນ, ວິສາຫະກິດ ເປີດກ້ວາງການຮ່ວມມືກັບສາກົນ, ກຳກາລະໂອກາດພັດທະນາໃນທຸກຂົງເຂດ, ໃນນັ້ນມີຂົງເຂດກະສິກຳ ແລະ ຫັນເປັນດີຈີຕອນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top