• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດມາດຕະການສະກັດກັ້ນ, ກວດພົບ, ແຍກຕົວ, ປິດລ້ອມເຂດເພື່ອດັບມອດໂລກລະບາດ ແລະ ປິ່ນປົວໃຫ້ຄົນເຈັບຕິດເຊື້ອຢ່າງຕັ້ງໜ້າ; ພ້ອມກັນນັ້ນ, ຕ້ອງຈັດຕັ້ງການສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນໃຫ້ແກ່ປະຊາຊົນໃນເຂດຈຳກັດບໍລິເວນ, ເຂດແຍກຕົວ ແລະ ເຂດປະຕິບັດການແຍກຫ່າງສັງຄົມ.
(ພາບປະກອບ: baochinhphu.vn)
      ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນຢູ່ນະຄອນ ໂຮ່ຈີມິນ ແລະ ແຜ່ລະບາດອອກສູ່ທ້ອງຖິ່ນຕ່າງໆຢ່າງໄວວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍສົ່ງໂທລະເລກກ່ຽວກັບການເພີ່ມທະວີບັນດາມາດຕະການຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເພື່ອປະຕິບັດເປົ້າໝາຍຄວບຄູ່. ໃນໂທລະເລກ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດມາດຕະການສະກັດກັ້ນ, ກວດພົບ, ແຍກຕົວ, ປິດລ້ອມເຂດເພື່ອດັບມອດໂລກລະບາດ ແລະ ປິ່ນປົວໃຫ້ຄົນເຈັບຕິດເຊື້ອຢ່າງຕັ້ງໜ້າ; ພ້ອມກັນນັ້ນ, ຕ້ອງຈັດຕັ້ງການສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນໃຫ້ແກ່ປະຊາຊົນໃນເຂດຈຳກັດບໍລິເວນ, ເຂດແຍກຕົວ ແລະ ເຂດປະຕິບັດການແຍກຫ່າງສັງຄົມ.
        ສຳລັບນະຄອນ ໂຮ່ຈີມິນ, ຄະນະກຳມະການນະຄອນ ໂຮ່ຈີມິນ ຕ້ອງເພີ່ມທະວີການຊີ້ນຳຈັດຕັ້ງປະຕິບັດບັນດາມາດຕະການຢ່າງແຮງ ແລະ ເຖິງຖອງກວ່າ ເພື່ອດັບມອບແຫຼ່ງແຜ່ເຊື້ອໂດຍໄວ ແຕ່ບໍ່ເຮັດໃຫ້ເກີດສະພາບລົດຂົນສົ່ງສິນຄ້າຕິດຄ້າງ ແລະ ຮັກສາການເຄື່ອນໄຫວດຳເນີນທຸລະກິດ ຢູ່ໃນລະດັບສູງສຸດ ໃນໄລຍະເກີດໂລກລະບາດ. ໄປຄຽງຄູ່ກັນນັ້ນ, ປະຕິບັດບັນດາມາດຕະການໃຫ້ຄົບຊຸດເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ; ພິເສດແມ່ນເອົາໃຈໃສ່ເຖິງການຊ່ວຍເຫຼືອຄົນທຸກຍາກ, ຜູ້ທີ່ບໍ່ມີລາຍຮັບຍ້ອນຖືກຜົນກະທົບຈາກໂລກລະບາດ…; ບໍ່ປະໃຫ້ຜູ້ໃດຖືກຂາດແຄນອຶດຫິວຍ້ອນໂລກລະບາດ.
 (ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top