• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຮອບດ້ານຫວຽດນາມ - ລາວ

      ຕອນບ່າຍວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບ ທ່ານ ປະທານ ກຳມາທິການ ບັນດາເຜົ່າຂອງສະພາແຫ່ງຊາດລາວ ບົວພັນ ລິີໄກຢາ ເຊິ່ງກຳລັງເຮັດວຽກຢູ່ຫວຽດນາມ (ໃນລະຫວ່າງ ວັນທີ  5 – 11 ມີນາ 2018).

ທ່ານນາງ ຕອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ ບົວພັນ ລິີໄກຢາ (ພາບ: TTXVN)
      ຕີລາຄາສູງໝາກຜົນຂອງການພົບປະເຈລະຈາ ລະຫວ່າງ ກຳມາທິການບັນດາເຜົ່າ ຂອງສະພາແຫ່ງຊາດລາວ ແລະ ສະພາຊົນເຜົ່າຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ສະເໜີໃຫ້ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການພົບປະແລກປ່ຽນຖອດຖອນບົດຮຽນ. ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງເນັ້ນໜັກວ່າ ສະພາແຫ່ງຊາດຂອງສອງປະເທດ ພ້ອມກັນຈັດຕັ້ງຫຼາຍເຫດການທີ່ແທດຈິງ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top