• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ລອດ​ເຂົ້າ​ຮອບ​ແຂ່ງ​ຂັນ 1/8 FIFA Futsal World Cup 2021

ທິມບານເຕະ futsal ຫວຽດນາມ ຫາກໍ່ມີນັດແຂ່ງຂັນກັບທິມບານເຕະ futsal ສ.ເຊັກໂກ ດ້ວຍໝາກຜົນແມ່ນສະເໝີ 1 – 1 ຢູ່ນັດທີ 3 ຂອງສາຍ D ຮອບຄັດເລືອກ FIFA Futsal World Cup 2021 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 19 ກັນຍາ ຢູ່ Litva.
ທິມບານເຕະ futsal ຫວຽດນາມ (ພາບ: Getty)

ສິ້ນສຸດການແຂ່ງຂັນຮອບຄັດເລືອກ, ຫວຽດນາມ ມີ 4 ຄະແນນ ກັບ ສ.ເຊັກໂກ ແຕ່  ຫວຽດນາມ ຢຶນຢູ່ອັນດັບທີ 3 ຂອງສາຍ D ຍ້ອນມີອັດຕາສຳຮອງໜ້ອຍກ່ວາ ສ.ເຊັກໂກ. ເຖິງຢ່າງໃດກໍ່ຕາມ, ທິມບານເຕະຫວຽດນາມ ແມ່ນທິມບານເຕະ ອາຊີຕາເວັນອອກສ່ຽງໃຕ້ທຳອິດ ໄດ້ລອດເຂົ້າຮອບແຂ່ງຂັນ 1/8 ຂອງ FIFA Futsal World Cup 2021 ດ້ວຍທີ່ຕັ້ງ ແມ່ນທິມຢືນຢູ່ອັນດັບທີ 3 ທີ່ມີຜົນງານດີທີ່ສຸດໃນຮອບຄັດເລືອກ. ນີ້ກໍ່ແມ່ນໝາກຜົນເຊິ່ງ ຫວຽດນາມ ເຄີຍບັນລຸໄດ້ຢູ່ World Cup 2016 ທີ່ໄດ້ດຳເນີນຢູ່ ໂກລົມເບຍ.

ຢູ່ຮອບແຂ່ງຂັນ 1/8 ຂອງ Futsal World Cup 2021, ທິມບານເຕະ Futsal ຫວຽດນາມ ຈະພົບກັບ ທິມບານເຕະ Futsal ລັດເຊຍ ໃນວັນທີ 22 ກັນຍາ. ວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດານັກອຸປະຖຳຄຶ: HDBank, CityLand ຕົກລົງຈະມອບຂອງຂວັນເປັນຈຳນວນເງິນ 200 ລ້ານດົ່ງ ໃຫ້ແກ່ທິມບ້ານເຕະ Futsal ຫວຽດນາມ ຍ້ອນມີການແຂ່ງຂັນທີດີເດັ່ນ ແລະ ລອດເຂົ້າຮອບ ຄັດເລືອດໂດຍກົງ ຂອງ FIFA Futsal World Cup 2021.

(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top