• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ບັນ​ດາ​ປະ​ເທດ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ

ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງໜຶ່ງໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງ ຫວຽດນາມ ຢູ່ສອງໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດຕາມກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ (ພາບ: baoquocte.vn)

ໃນການຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ທີ່ຖືກດຳເນີນໃນຕອນບ່າຍວັນທີ 25 ກຸມພາ, ຕາມຮູບການທາງອອນລາຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງໜຶ່ງໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງ ຫວຽດນາມ ຢູ່ສອງໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດຕາມກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

        ກ່ຽວກັບແຫຼ່ງຂ່າວທີ່ວ່າ, ກຳປັ່ນຕຳຫຼວດທະເລຂອງ ຈີນ ໄດ້ເດີນມາໃກ້ ຮ້ານເຈາະນ້ຳມັນອາຍແກຼດ ຫາຍແທກ 50 – 2  ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        “ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພວມຕິດຕາມສະພາບການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ ແລະ ປົກປັກຮັກສາອະທິປະໄຕເຂດທະເລຂອງຕົນ. ການເຄື່ອນໄຫວຂອງບັນດາປະເທດ ຢູ່ທະເລຕາເວັນອອກ ຄວນໄດ້ປະຕິບັດຖືກຕ້ອງຕາມຂໍ້ກໍານົດທີ່ກ່ຽວຂ້ອງຂອງກົດໝາຍສາກົນ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງບັນດາປະເທດຢູ່ເຂດແຄມທະລ ທີ່ໄດ້ກຳນົດໄວ້ໃນ UNCLOS, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ຢູ່ ທະເລຕາເວັນອອກ.”

        ກ່ຽວກັບແຫຼ່ງຂ່າວທີ່ວ່າ ກຳປັ່ນສູ້ຮົບຂອງ ອາເມລິກາ ຈະເຄື່ອນຍ້າຍມາໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ຂອງ UCLOS 1982, ຫວຽດນາມ ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາສະບັບດັ່ງກ່າວ, ນັບທັງຂໍ້ກຳນົດທີ່ກ່ຽວຂ້ອງເຖິງການເດີນເຮືອ, ການບິນໃນເຂດທະເລຢ່າງສອດຄ່ອງກັບ ສົນທິສັນຍາ. ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນຢູ່ເຂດທະເລຕາເວັນອອກ. /.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Top