• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ພົບປະເຈລະຈາທາງໄກກ່ຽວກັບວຽກງານກວດກາພັກ

      ຕອນເຊົ້າວັນທີ 8 ທັນວາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ເຈິ່ນເກິມຕູ໊ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ  ໄດ້ພົບປະເຈລະຈາທາງໄກກັບທ່ານ ຄຳພັນ ພົມມະທັດ - ກຳມະການກົມການເມືອງ, ເລຂາສູນກາງພັກ,  ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງພັກປະຊາຊົນປະຕິວັດ ລາວ.
ການພົບປະເຈລະຈາທາງໄກລະຫວ່າງສອງຝ່າຍ(ພາບ: VOV)
      ສອງຝ່າຍພ້ອມກັນຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ. ສອງຝ່າຍກໍແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນການປະຕິບັດວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ - ສັງຄົມ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຕ່ລະປະເທດ, ພ້ອມທັງໃນໄລຍະຈະມາເຖິງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດໃຫ້ມີປະສິດທິຜົນກວ່າອີກ ແນໃສ່ສືບຕໍ່ນຳສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ນັບມື້ນັບພັດທະນາ, ມີສະຖຽນລະພາບ ແລະ ຍືນຍົງ.
        ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2022 – 2026 ລະຫວ່າງຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ./.
(ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top