• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

      ວັນທີ 20 ກຸມພາ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ລາວ ໂດຍທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງດັ່ງກ່າວ ນຳໜ້າ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ (ພາບ: VTV)
      ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືປີ 2019, ໃນນັ້ນ ມີບັນດາເນື້ອໃນຄື: ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນແກ້ໄຂບັນດາເຫດການທີ່ເກີດໃໝ່, ບໍ່ປະໃຫ້ບັນດາກຳລັງເປັນປໍລະປັກສວຍໃຊ້ໂອກາດເສກສັນປັ້ນແຕ່ງ, ມ້າງເພທຳລາຍ, ກໍ່ຜົນສະທ້ອນເຖິງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, ຍູ້ແຮງການສົມທົບ, ແລກປ່ຽນຂໍ້ມູນຂ່າວສານເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການສືບສວນ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາດຊະຍາກຳຢາເສບຕິດ …; ຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການລົງນາມສັນຍາມອບ-ສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ, ສັນຍາສົ່ງຜູ້ຮ້າຍຂ້າມແດນ…
        ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ໄດ້ເປັນປະທານພິທີລົງນາມໃນແຜນການຮ່ວມມືປີ 2019 ລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top