• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ

      ໂດຍສືບຕໍ່ການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ຕອນບ່າຍວັນທີ 26 ຕຸລາຢູ່ນະຄອນຫຼວງ ໂຊເຟັຍ, ທ່ານນາງຮອງປະທານປະເທດ ວໍ້ທິແອ້ງຊວນໄດ້ມີການພົບປະກັບຜູ້ຮັກສາການນາຍົກລົດຖະມົນຕີ ບຸນກາຣີ Stefan Yanev ແລະ ຕ້ອນຮັບລັດຖະມົນຕີການຕ່າງປະເທດບຸນກາຣີ Svetlan Stoev
ທ່ານນາງຮອງປະທານປະເທດຫວຽດນາມ ວໍ້ທິແອ້ງຊວນໄດ້ມີການພົບປະກັບຜູ້ຮັກສາການນາຍົກລົດຖະມົນຕີ ບຸນກາຣີ Stefan Yanev
      ທີ່ບັນດາການພົບປະເຮັດວຽກກັບການນຳລັດຖະບານບຸນກາຣີ, ທ່ານນາງຮອງປະທານປະເທດ ວໍ້ທິແອ້ງຊວນ ໄດ້ສະແດງຄວາມຫວັງຢາກເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມຶຫຼາຍດ້ານລະຫວ່າງ 2 ປະເທດໃນທຸກໆຂົງເຂດ. ທ່ານນາງຮອງປະທານປະເທດ ວໍ້ທິແອ້ງຊວນ ເນັ້ນໜັກວ່າ 2 ລັດຖະບານຄວນເພີ່ມທະວີການແລກປ່ຽນພົບປະກັນ ລະຫວ່າງບັນດາກະຊວງ ຂະແໜງການເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.
      ສ່ວນ ຜູ້ຮັກສາການນາຍົກລົດຖະມົນຕີ ບຸນກາຣີ Stefan Yanev ແລະຢືນຢັນວ່າ   ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ ແລະ ໃຫ້ຮູ້ວ່າ ລັດຖະບານບຸນກາຣີ ຈະຊຸກຍູ້ໃຫ້ສະພາແຫ່ງຊາດຊຸດໃໝ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ- EU ໂດຍໄວ; ເຫັນດີເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ ແລະ ຢືນຢັນວ່າ ຝ່າຍບຸນກາຣີ ຈະເຮັດສຳເລັດບັນດາລະບຽບການເພື່ອລົງນາມໃນບັນດາຂໍ້ຕົກລົງຮ່ວມມືທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວໃນໄລຍະໃໝ່ໂດຍໄວ.
      ໃນຂະນະນັ້ນ, ລັດຖະມົນຕີການຕ່າງປະເທດ ໄບຸນກາຣີ Svetlan Stoev ໄດ້ສະເໜີ 2 ຝ່າຍຈົ່ງເພີ່ມທະວີການສົນທະນາຂັ້ນສູງ ແລະ ພົບປະ 2 ຝ່າຍ; ຮັກສາການປຶກສາຫາລືການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ; ຍາດແຍ່ງປະສິດທິຜົນແຫຼ່ງກຳລັງ ແມ່ນບັນດາອະດີດນັກສຶກສາ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ບຸນກາຣີ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃຫ້ພັດທະນາໃນທຸກຂົງເຂດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top