• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ລອດເຂົ້າກຸ່ມ 10 ປະເທດທີ່ສະໜອງສິນຄ້າຫຼາຍທີ່ສຸດໃຫ້ແກ່ຕະຫຼາດ ອີຢູ

      ສັນຍາ EVFTA ສວມບົດບາດສຳຄັນ, ສ້າງກຳລັງຢືດຢຸ່ນໃຫ້ແກ່ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໃນສະພາບເປັນປົກກະຕິໃໝ່ ແລະ ຍາດແຍ່ງກາລະໂອກາດໃໝ່ ຕໍ່ໜ້າທ່າອ່ຽງຟື້ນຟູເສດຖະກິດທົ່ວໂລກ. ນີ້ແມ່ນເນື້ອໃນໄດ້ເນັ້ນໜັກຢູ່ເວທີປາໄສການຄ້າ ຫວຽດນາມ - ສະຫະພາບເອີຣົບ ເຊິ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ.
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງແອັງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: hanoimoi.com.vn)
      ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຢູ ໃນພາກພື້ນ ອາຊຽນ ແລະ ຖືກຈັດເຂົ້າໃນກຸ່ມ 10 ປະເທດທີ່ສະໜອງສິນຄ້າຫຼາຍທີ່ສຸດໃຫ້ຕະຫຼາດນີ້, ດ້ວຍສິນຄ້າປະເພດຕ່າງໆຄື ຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ… ເຫຼົ່ານີ້ເປັນຕົ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນກຳລັງແຂ່ງຂັນ ແລະ ອັດຕາສ່ວນສິນຄ້າຂອງ ຫວຽດນາມ ໃນຕະຫຼາດທີ່ເຄັ່ງຄັດນີ້ໄດ້ຮັບການປົວແປງຂຶ້ນຢ່າງເຫັນໄດ້ຊັດ. ນີ້ແມ່ນບ່ອນອີງໃຫ້ແກ່ການຢືດຢຸ່ນທາງການຄ້າ, ການລົງທຶນຂອງ ຫວຽດນາມ ແລະ ອີຢູ ໃນໄລຍະເກີດໂລກລະບາດ ກໍຄື ໃນໄລຍະຟື້ນຟູ. ລະອຽດ, ເຖິງວ່າການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງບັນດາເຂດສົ່ງອອກຈຸດສຸມພາກໃຕ້  ຫວຽດນາມ ກໍຕາມ, ແຕ່ 9 ເດືອນຜ່ານມາ, ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ອີຢູ ຍັງມີການເຕີບໂຕພໍສົມຄວນ, ນັບທັງເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ ບັນລຸ 41,3 ຕື້ USD ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຈຳນວນໂຄງການລົງທຶນຊັກຊ້າລົງ ແຕ່ຍັງຮັກສາໄວ້ໄດ້ກວ່າ 2.200 ໂຄງການ, ເພີ່ມຂຶ້ນ 164 ໂຄງການ ເມື່ອທຽບໃສ່ໄລຍະດຽວກັນ ດ້ວຍທຶນຈົດທະບຽນບັນລຸກວ່າ 22,2 ຕື້ USD.
        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງແອັງ ເນັ້ນໜັກວ່າ:
        ການຄ້າເອເລັກໂຕນິກໄດ້ກາຍເປັນຈຸດພົ້ນເດັ່ນ ໃນຂະນະທີ່ແບບວິທີການຄ້າທີ່ມີມາແຕ່ດົນນານຖືກຈຳກັດຍ້ອນໂລກລະບາດ. ລັດຖະບານຫຼາຍປະເທດໃນໂລກເວົ້າລວມ, ບັນດາປະເທດ ອີຢູ ແລະ ຫວຽດນາມ ເວົ້າສະເພາະໄດ້ວາງມາດຕະການຊຸກຍູ້ເສດຖະກິດດີຈີຕອນ, ພິເສດແມ່ນການຄ້າເອເລັກໂຕນິກ, ກາຍເປັນໜຶ່ງໃນບັນດາຂົງເຂດທີ່ໃຫ້ບຸລິມະສິດໃນຍຸດທະສາດຟື້ນຟູເສດຖະກິດຫຼັງໂລກລະບາດ, ເປີດແງ່ຫວັງແກການແລກປ່ຽນຄ້າຂາຍຂ້າມຊາຍແດນທີ່ມີຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງ”.
(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top