• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນນຳການພົວພັນ ອາຊຽນ - ຈີນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ

      ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳສອງຝ່າຍຕີລາຄາການຮ່ວມມື ລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະ 30 ປີຜ່ານມາ, ເພື່ອວາງອອກການກຳນົດທິດທີ່ສຳຄັນ ໃນໄລຍະໃໝ່ ແນໃສ່ນຳການພົວພັນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສົມກັບລະດັບຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ທີ່ຫາກໍ່ໄດ້ສ້າງຕັ້ງຢູ່ກອງປະຊຸມສຸດຍອດ ປະຈຳປີ ອາຊຽນ - ຈີນຄັ້ງທີ 24 (26 ຕຸລາ 2021)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  (ພາບ: TTXVN)
      ໂດຍໄດ້ຮັບການເຊື້ອເຊີນຂອງທ່ານປະທານປະເທດ ຈີນ ສີຈິ້ນຜີງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳອາຊຽນ ແລະ ຈີນ ຈະເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ເພື່ອສະເຫຼີມສະຫຼອງ ການພົວພັນລະຫວ່າງ ອາຊຽນ - ຈີນ ຄົບຮອບ 30 ປີໃນວັນທີ 22 ພະຈິກ 2021 ແບບທາງໄກ.
      ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳສອງຝ່າຍຕີລາຄາການຮ່ວມມື ລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະ 30 ປີຜ່ານມາ, ເພື່ອວາງອອກການກຳນົດທິດທີ່ສຳຄັນ ໃນໄລຍະໃໝ່ ແນໃສ່ນຳການພົວພັນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສົມກັບລະດັບຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ທີ່ຫາກໍ່ໄດ້ສ້າງຕັ້ງຢູ່ກອງປະຊຸມສຸດຍອດ ປະຈຳປີ ອາຊຽນ - ຈີນຄັ້ງທີ 24 (26 ຕຸລາ 2021)
      ໂດຍແມ່ນປະເທດທີ່ຕັ້ງໜ້າຂອງ ປະຊາຄົມ ອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ເພີ່ມທະວີການໂອ້ລົມທາງດ້ານການເມືອງ, ຍົກສູງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນແລະກັນ, ຍູ້ແຮງການຮ່ວມມືຢ່າງຮອບດ້ານ, ນຳການພົວພັນສອງຝ່າຍກາຍເປັນແບບຢ່າງຂອງການພົວພັນຄູ່ຮ່ວມມືຢ່າງມີສະຖຽນລະພາບ ແລະ ຍືນຍົງລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ.
      ຫວຽດນາມ ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຄົມເສດຖະກິດ ອາຊຽນ ແລະ ຈີນ, ພ້ອມກັບບັນດາປະເທດ ອາຊຽນຊຸກຍູ້ການຮ່ວມມືຢ່າງແຮງໃນທຸກຂົງເຂດ, ຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂຄວາມແຕກຕ່າງກັນເພື່ອຜົນປະໂຫຍດຂອງບັນດາຝ່າຍ ເພື່ອຮັບປະກັນບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ - ການຄ້າ ໄດ້ຮັບການຜັນຂະຫຍາຍຢ່າງລຸລ່ວງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນລວມຂອງພາກພື້ນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top