• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກອອກທັດສະນະທີ່ວາລະປະຊຸມພິເສດກ່ຽວກັບສະພາບການ ມຽນມາ

      ອີງຕາມການສະເໜີຂອງສະຫະພາບ ເອີຣົບ (ອີຢູ) ແລະ ລາຊະອານາຈັກ ອັງກິດ ກ່ຽວກັບສະພາບການສິດທິມະນຸດຢູ່ ມຽນມາ ພາຍຫລັງສະພາບຜັນແປໃນໄລຍະມໍ່ໆມານີ້ຢູ່ປະເທດອາຊີຕາເວັນອອກນີ້
ສະພາບຜັນແປໃນໄລຍະມໍ່ໆມານີ້ຢູ່ປະເທດ ມຽນມາ ພາບ: AFP/TTXVN
      ທ້າຍອາທິດຜ່ານມາ, ສະພາສິດທິມະນຸດສະຫະປະຊາຊາດຢູ່ ເຊີແນວ ໄດ້ດຳເນີນວາລະປະຊຸມພິເສດຄັ້ງທີ 29 ຕາມຮູບການທາງອອນລາຍ. ທ່ານນາງ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຢູ່ ເຊີແນວ ໄດ້ກ່າວຄຳເຫັນຍົກອອກທັດສະນະຂອງ ຫວຽດນາມ. ຕາມນັ້ນແລ້ວ, ຫວຽດນາມ ຢັ້ງຢືນແມ່ນປະເທດໃນພາກພື້ນ ແລະ ກໍ່ແມ່ນສະມາຊິກ ອາຊຽນ, ຫວຽດນາມ ຈະຕິດຕາມບັນດາການຜັນແປຢູ່ ມຽນມາ ຢ່າງໃກ້ຊິດ ແລະ ຫວັງວ່າ ມຽນມາ ຈະສ້າງສະພາບເປັນປົກກະຕິໂດຍໄວ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ ເພື່ອສັນຕິພາບ, ສະຖຽນລະພາບ ກໍ່ຄືການຮ່ວມມືໃນພາກພື້ນ, ສືບຕໍ່ປະກອບສ່ວນເຂົ້າໃນວິວັດການກໍ່ສ້າງປະຊາຄົມ ອາຊຽນ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top