• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ

ວັນທີ 16 ຕຸລາ, ຢູ່ສຳນັກງານ ສະຖານທູດ ຫວຽດນາມ ປະຈຳ Berlin (ເຢຍລະມັນ) ໄດ້ດຳເນີນພິທີສ້າງຕັ້ງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເອີຣົບ (VINEU).
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຮຸຍດົງ  ເຂົ້າຮ່ວມພິທີ (ພາບ: baodautu.vn)

ພິທີດັ່ງກ່າວຖືກດຳເນີນແບບທາງໄກ ແລະ ເຊື່ອມຕໍ່ກັບ ສະຖານທີ່ເຊື່ອມຕໍ່ ຫຼາຍກວ່າ20 ແຫ່ງ ຢູ່ບັນດາປະເທດ ໂດຍມີຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC), ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ແລະ ແຟງລັງ ພ້ອມດ້ວຍນັກຊ່ຽວຊານ, ວິສາຫະກິດ, ສູນໃຫ້ຄຳປຶກສາ - ການລົງທຶນ ແລະ ຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ປະຈຳ ເຢຍລະມັນ, ອົດສະຕາລີ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

        ກ່າວຄຳເຫັນທີ່ເຫດການ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຮຸຍດົງ ຕີລາຄາວ່າ ການສ້າງຕັ້ງ VINEU ແມ່ນເຫດການທີ່ມີຄວາມໝາຍທີ່ສຸດ, ຊ່ວຍສຳຜັດກັບເຕັກໂນໂລຢີ, ພູມປັນຍາກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງຂອງປະເທດອື່ນໆຢູ່ ເອີຣົບ ໂດຍຜ່ານນັກຊ່ຽວຊານຫວຽດນາມ ແນໃສ່ສໍາຜັດ, ຂຸດຄົ້ນແຫຼ່ງກຳລັງໜູນແກ່ການປ່ຽນແປງໃໝ່ປະດິດຄິດສ້າງຂອງປະເທດຕ່າງໆ; ເປີດກວ້າງກາລະໂອກາດຮ່ວມມື, ລົງທຶນ, ດຳເນີນທຸລະກິດ, ໃຫ້ຄຳປຶກສາແກ່ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງຢູ່ພາຍໃນປະເທດ, ພິເສດແມ່ນໃນຂົງເຂດ ພູມປັນຍາທຽມ, big data, ສາທາລະນະສຸກ ….

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫວຽດແອັງ, ປະທານຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເອີຣົບ ແບ່ງປັນວ່າ: ກ່ຽວກັບວິໄສທັດຍາວນານ, VINEU ມີຄວາມປາດຖະໜາຢາກປະກອບສ່ວນນຳ ຫວຽດນາມ ກາຍເປັນສູນປ່ຽນແປງໃໝ່ປະດິດຄິດສ້າງຂອງໂລກ. VINEU ຈະສາມັກຄີເປັນເອກະພາບກັນ, ເຊື່ອມໂຍງເປັນຢ່າງດີ ເພື່ອປະຕິບັດການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພັດທະນາແບບຍືນຍົງ, ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດຂອງ ຊາວ ຫວຽດນາມ ກໍຄື ຖັນແຖວນັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ແລະ ຜູ້ມີເຊື້ອຊາດຫວຽດນາມ ອາໄສຢູ່ ເອີຣົບ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top