• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມາ​ຄົມ ແບນ​ຊິກ - ຫວຽດ​ນາມ​ ຈັດ​ລາ​ຍ​ການ​ແຫ່ງ​ຄວາມ​ສາ​ມັກ​ຄີກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ ຫວຽດ​ນາມ

ຜູ້ຄົນທີ່ເຂົ້າຮ່ວມລາຍການດັ່ງກ່າວ ຈະໄດ້ຮັບຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ. ຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບຊີວິດການເປັນຢູ່ທີ່ລຳບາກກາກກຳຂອງປະຊາຊົນ ຫວຽດນາມ ຢູ່ເຂດຕິດທາດພິດສີສົ້ມ.
ຜູ້ຄົນທີ່ເຂົ້າຮ່ວມລາຍການຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ.(ພາບ: TTXVN)

ຕອນຄ່ຳວັນທີ 15 ຕຸລາ ຢູ່ນະຄອນຫຼວງ ບຣຸກແຊນ (ປະເທດແບນຊິກ), ສະມາຄົມ ແບນຊິກ - ຫວຽດນາມ ໄດ້ຈັດຕັ້ງລາຍການແຫ່ງຄວາມສາມັກຄີກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ ຫວຽດນາມ ແລະ ງານວາງສະແດງຮູບພາບຂົນຂວາຍ, ບຸກລະດົມ, ພາບເອກະສານກ່ຽວກັບສົງຄາມຢູ່ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງທ່ານນາງ ເຈິ່ນໂຕ໊ງາ ເຊິ່ງເປັນຜູ້ທີ່ພວມຕໍ່ສູ້ກັບບັນດາບໍລິສັດຜະລິດທາດເຄມີ ອາເມລິກາ ເພື່ອຮຽກທວງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ ຫວຽດນາມ. ເຫດການດັ່ງກ່າວ ໄດ້ດູງດູດເພື່ອນແບນຊິນ ທີ່ມີຄວາມຮັກແພງກັບ ຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ ແບນຊິກ ເຊິ່ງເປັນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ແບນຊິກແຕ່ສະໄໝ 1970 – 1980.

        ຜູ້ຄົນທີ່ເຂົ້າຮ່ວມລາຍການດັ່ງກ່າວ ຈະໄດ້ຮັບຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ. ຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບຊີວິດການເປັນຢູ່ທີ່ລຳບາກກາກກຳຂອງປະຊາຊົນ ຫວຽດນາມ ຢູ່ເຂດຕິດທາດພິດສີສົ້ມ.

        ເມື່ອແບ່ງປັນຕໍ່ນັກຂ່າວ, ທ່ານ Pierre Grega, ປະທານສະມາຄົມ ແບນຊິກ - ຫວຽດນາມ (ABV) ໃຫ້ຮູ້ວ່າ ທາງສະມາຄົມ ຍາມໃດກໍຊອກຫາວິທີໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ເຂົາເຈົ້າໃນການດຳລົງຊີວິດ ແລະ ສືບຕໍ່ສະໜັບສະໜູນທ່ານນາງ ເຈິ່ນໂຕ໊ງາ ໃນການຕໍ່ສູ້ຮຽກທວງໃຫ້ຮັບຮູ້ສິດຂອງຜູ້ປະສົບກັບຄວາມຫຍຸ້ງຍາກຈາກທາດພິດດີໂອຊີນ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top