• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບໂລກ​ລະ​ບາດ​ໂຄວິດ - 19 ​ຢູ່​ ຫວຽດ​ນາ ແລະ ໃນ​ໂລກ

ນັບແຕ່ເວລາ 1 ໂມງຂອງວັນທີ 18 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 241,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 4,9 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ ຫຼາຍກວ່າ 218,6 ລ້ານຄົນ.
ການປິ່ນປົວໃຫ້ຄົນເຈັບຕິດເຊື້ອໂຄວິດ - 19 ຢູ່ ໂຮງໝໍ Saint Petersburg, ລັດເຊຍ (ພາບ: TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 18 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 241,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 4,9 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ ຫຼາຍກວ່າ 218,6 ລ້ານຄົນ.

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 300.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 4.200 ຄົນ. ອັງກິດ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນຂອບເຂດທົ່ວປະເທດ, ດ້ວຍ 45.140 ຄົນ, ໃນຂະນະນັ້ນ, ລັດເຊຍ ພັດແມ່ນປະເທດມີຈຳນວນຜູ້ເສຍຊີວິດສູງທີ່ສຸດ, ດ້ວຍ 997 ຄົນ. ປັດຈຸບັນ, ອາເມລິກາ, ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ… ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ.

ສ່ວນຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໄລ່ຮອດວັນທີ 18 ຕຸລາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 867.221 ຄົນ, ປິ່ນປົວຫາຍດີເປັນປົກກະຕິ 792.980 ຄົນ.

ກ່ຽວກັບສະພາບສັກວັກຊິນກັນໂຄວິດ-19, ມາຮອດປະຈຸບັນໄດ້ສັກວັກຊິນ 63.434.180 ເຂັມ, ສັກເຂັມທີ 2 ແມ່ນ 18.152.243 ເຂັມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top