• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ 19 ທົ່ວໂລກໃນວັນທີ 13 ພະຈິກ

      ອາຊີ ມີຜູ້ເສຍຊີວິດ 1.1 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອກ່ວາ 80.4 ລ້ານຄົນ.
 (ພາບປະກອບ: TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງຂອງວັນທີ 13 ພະຈິກ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ 19 ກ່ວາ 253 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 5.1 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນເກືອບ 229 ລ້ານຄົນ. ປະເທດຖືກຜົນສະທ້ອນໜັກໜ່ວງກວ່າໝູ່ຍັງຄົງແມ່ນອາເມລິກາ, ຖັດມາແມ່ນອິນເດຍ ແລະ ບຣາຊິນ.
   ປະຈຸບັນ, ຢູ່ພາກພື້ນອາເມລິກາລາຕິນ ແລະ ກາຣີເບ, ໃນຈຳນວນຜູ້ຕິດເຊື້ອພະຍາກໂຄວິດ 19 ກ່ວາ 46.2 ລ້ານຄົນ, ມີຜູ້ເສຍຊີວິດກ່ວາ 1.5 ລ້ານຄົນ. ຢູ່ອາຊີ ມີຜູ້ເສຍຊີວິດ 1.1 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອ ກ່ວາ 80.4 ລ້ານຄົນ, ອາຟຼິກກາ ມີຜູ້ເສຍຊີວິດ 220.800 ຄົນ. ໜ້າເອົາໃຈໃສ່ແມ່ນສະພາບໂລກລະບາດຢູ່ບັນດາປະເທດສະມາຊິກອີຢູ ແມ່ນໜ້າວິຕົກກັງວົນ.
      ສ່ວນຢູ່ ຫວຽດນາມ, ຕາມແຫ່ຼງຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 16 ພະຈິກ ຫາເວລາ 16 ໂມງຂອງວັນທີ 13 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 8.497 ຄົນ,  ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.834 ຄົນ, ຜູ້ເສຍຊີວິດ 88 ຄົນ. ມາຮອດປະຈຸບັນ,  ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19  ທັງໝົດ 1.018.376 ຄົນ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top