• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດນາມປະກອບສ່ວນເຂົ້າໃນການພັດທະນາຂອງປະເທດກຳປູເຈຍ

      ຕອນບ່າຍວັນທີ 30 ພຶດສະພາ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດກອງປະຊຸມພົບປະວິສາຫະກິດຫວຽດນາມ ປະຈຳກຳປູເຈຍ ປີ 2018, ເພື່ອແນໃສ່ແບ່ງປັນບົດຮຽນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ກຳປູເຈຍ ກວ່າອີກ. 
 (ກອງປະຊຸມພົບປະວິສາຫະກິດຫວຽດນາມ ປະຈຳກຳປູເຈຍ ປີ 2018)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ໃຫ້ຮູ້ວ່າ, ບັນດານັກທຸລະກິດຫວຽດນາມ ຢູ່ກຳປູເຈຍ ແມ່ນຂົວເຊື່ອມຕໍ່ສຳຄັນໃນການເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ຊາດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງວຽກເຮັດງານທຳ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດກຳປູເຈຍ. ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໃຫ້ຮູ້ວ່າ, ກອງປະຊຸມແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານຫວຽດນາມ ສຳລັບກຳລັງນັກທຸລະກິດຫວຽດນາມ ຢູ່ກຳປູເຈຍ ແລະ ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກທຸລະກິດປະກອບຄຳເຫັນ ແນໃສ່ຊ່ວຍສ້າງນະໂຍບາຍໜູນຊ່ວຍ ແລະ ເຕົ້າໂຮມວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ເຄື່ອນໄຫວຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

    

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top