• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ພ້ອມກັບ ບັງກະລາເທດ, ເນປານ ຈະໄດ້ຖອນອອກຈາກບັນຊີບັນດາປະເທດດ້ອຍພັດທະນາທີ່ສຸດ ພາຍຫຼັງໄລຍະຂ້າມຜ່ານ 5 ປີ

ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບໜຶ່ງ ສົ່ງປະເທດ ລາວ, ບັງກະລາເທດ ແລະ ເນປານ ຈາກກຸ່ມບັນດາປະເທດດ້ອຍພັດທະນາທີ່ສຸດ (LDC) ໄປກຸ່ມບັນດາປະເທດພວມພັດທະນາ.
ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ລາວ ໄດ້ກຳນົດວ່າແມ່ນ 2.479 USD. (ພາບ: eccil.org)

ໜັງສືພິມ ວຽງຈັນ (Vientiane Times) ສະບັບອອກວັນທີ 29 ພະຈິກ ໃຫ້ຮູ້ວ່າ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບໜຶ່ງ ສົ່ງປະເທດ ລາວ, ບັງກະລາເທດ ແລະ ເນປານ ຈາກກຸ່ມບັນດາປະເທດດ້ອຍພັດທະນາທີ່ສຸດ (LDC) ໄປກຸ່ມບັນດາປະເທດພວມພັດທະນາ. ຕາມ ໜັງສືພິມ ວຽງຈັນ, ດ້ວຍຄວາມເຫັນດີຂອງສະມັດຊາໃຫຍ່ສະຫະປະຊາຊາດ, 3 ປະເທດດັ່ງກ່າວ ຈະໄດ້ຮັບການຮັບຮອງແມ່ນປະເທດພວມພັດທະນາ ພາຍຫຼັງໄລຍະຂ້າມຜ່ານເປັນເວລາ 5 ປີ (2021-2026), ຍາວກວ່າເມື່ອທຽບໃສ່ໄລຍະພື້ນຖານແມ່ນ 3 ປີ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ 3 ປະເທດທີ່ຫາກໍ່ກະກຽມໃຫ້ເລື່ອງອອກຈາກບັນຊີລາຍຊື່ LDC, ສ້າງແຜນການຟື້ນຟູຫຼັງໂລກລະບາດໂຄວິດ-19 ກໍຄືການປະຕິບັດບັນດານະໂຍບາຍ ແລະ ຍຸດທະສາດແນໃສ່ຕ່າວປິ້ນບັນດາຄວາມເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມຍ້ອນໂລກລະບາດ.

        ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ລາວ ໄດ້ກຳນົດວ່າແມ່ນ 2.479 USD. ປະຈຸບັນ, ມີ 46 ປະເທດນອນໃນບັນຊີລາຍຊື່ LDC ແລະ ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 1.230 USD ແມ່ນໜຶ່ງໃນບັນດາມາດຕະຖານເພື່ອໄດ້ຫັນເປັນປະເທດພວມພັດທະນາ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top