• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວໂຈະການຈັດຕັ້ງ 4 ກອງປະຊຸມສຸດຍອດລະດັບພາກພື້ນຍ້ອນ Covid – 19

      ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງໂລກລະບາດ Covid – 19 ໃນທົ່ວໂລກ, ລັດຖະບານລາວໄດ້ຕັດສິນໂຈະການຈັດຕັ້ງ 4 ກອງປະຊຸມສຸດຍອດລະດັບພາກພື້ນ ຄາດວ່າຈະດຳເນີນໃນທ້າຍເດືອນນີ້ຢູ່ນະຄອນຫຼວງວຽງຈັນ.

ສີດຢາ ຂ້າເຊື້ອໄວຣັດ SARS - CoV2 ຢູ່ ສ ເກົາຫຼີ. ພາບ: Tinhtee
      ຕາມນັ້ນແລ້ວ, 4 ກອງປະຊຸມສຸດຍອດລະດັບພາກພື້ນຄາດວ່າຈະດຳເນີນຢູ່ນະຄອນຫຼວງວຽງຈັນເລີ່ມແຕ່ວັນທີ 25 - 27 ມີນາເຊິ່ງລວມມີ: ກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 3, ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳເຈົ້າພະຍາ - ແມ່ນ້ຳຂອງ (ACMECS) ຄັ້ງທີ 9, ກອງປະຊຸມສຸດຍອດການຮ່ວມມືກຳປູເຈຍ, ລາວ, ມຽມມາ, ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມການຮ່ວມມືເຂດສາມລຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 11. ເຖິງຢ່າງໃດກໍ່ຕາມ, ລັດຖະບານລາວໄດ້ປະກາດໂຈະບັນດາກອງປະຊຸມນີ້ຢ່າງເປັນທາງການເພື່ອສຸມກຳລັງໃຫ້ແກ່ວຽກງານສະກັດກັ້ນການແຜ່ລະບາດຂອງ Covid - 19.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top