• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ ຕັ້ງຄວາມຫວັງຕໍ່ກອງປະຊຸມ AMM 53

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງນີ້ ໄດ້ຮັບຄວາມຫວັງເພື່ອແນໃສ່ຊຸກຍູ້ຄວາມເປັນເອກະພາບ ແລະຄວາມສາມັກຄີ,    ການຟື້ນຟູ, ເຊື່ອມໂຍງ ແລະເຊື່ອມຈອດ ຂອງອາຊຽນ ກວ່າອີກ ກໍ່ຄື ເພີ່ມທະວີການເຊື່ອມຈອດຂອງພາກພື້ນກັບທົ່ວໂລກ.

ທ່ານ ຫງວຽນກວັກຢູ໋ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ການຖະແຫລງຂ່າວກ່ຽວກັບ    AMM 53 ແລະບັນດາກອງປະຊຸມກ່ຽວຂ້ອງ. ພາບ:  hanoimoi.com.vn

ວັນທີ 9  ກັນຍາ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະບັນດາກອງປະຊຸມກ່ຽວຂ້ອງໄດ້ດຳເນີນໄປຢ່າງເປັນທາງການຜ່ານທາງອອນລາຍ. ທ່ານ ດອນ ປະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ການຕ່າງປະເທດໄທ  ໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ 10 ປະເທດອາຊຽນ ຈະປຶກສາຫາລືກ່ຽວກັບວິທີການຊຸກຍູ້ການສ້າງປະຊາຄົມ ອາຊຽນ ສະຫນິດຕິດພັນ ແລະເປັນເຈົ້າການຮັບມື, ເໝາະສົມກັບຫົວຂໍ້ ແລະບັນດາການໃຫ້ບຸລິມະສິດຂອງປະເທດປະທານ ອາຊຽນ ໃນປີນີ້.  ໃນຂະນະນັ້ນ ທ່ານ Retno LP Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ປາດຖະຫນາຢາກໃຫ້ບັນດາປະເທດສະມາຊິກ ອາຊຽນ ຈະຍົກອອກຄຳໝັ້ນສັນຍາກ່ຽວກັບສະຖຽນລະພາບດ້ານການເມືອງ ແລະເສດຖະກິດໃນພາກພື້ນ. ຖະແຫລງການຂອງກະຊວງການຕ່າງປະເທດ ກຳປູເຈຍ ກໍ່ຊີ້ແຈ້ງວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງນີ້ ໄດ້ຮັບຄວາມຫວັງເພື່ອແນໃສ່ຊຸກຍູ້ຄວາມເປັນເອກະພາບ ແລະຄວາມສາມັກຄີ,    ການຟື້ນຟູ, ເຊື່ອມໂຍງ ແລະເຊື່ອມຈອດ ຂອງອາຊຽນ ກວ່າອີກ ກໍ່ຄື ເພີ່ມທະວີການເຊື່ອມຈອດຂອງພາກພື້ນກັບທົ່ວໂລກ. 

ທ່ານ ຫງວຽນກວັກຢູ໋ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

“ດ້ວຍຖານະແມ່ນປະເທດປະທານ ອາຊຽນ, ຫວຽດນາມ ຕັ້ງຄວາມຫວັງບັນດາແຜນການບຸລິມະສິດນັບແຕ່ຕົ້ນປີຂອງຫວຽດນາມ ກໍ່ຄືຂອງກຸ່ມອາຊຽນ ໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ ເພື່ອໃຫ້ທ້າຍປີນີ້ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ. ໃນແຜນການນີ້ ນອກຈາກແຜນການສ້າງປະຊາຄົມອາຊຽນ, ປີນີ້ ກໍ່ມີບັນດາຂໍ້ລິເລີ່ມຮັບມືກັບໂລກລະບາດໂຄວິດ 19”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top