• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຂອງ ຫວຽດນາມ ໄດ້ຮັບຮອງເປັນ ເຂດອະນຸລັກຊີວະນາໆ ພັນຂອງໂລກ ຈາກ UNESCO

      ຕອນບ່າຍວັນທີ 15 ກັນຍາ,  ໃນກອງປະຊຸມຄັ້ງທີ 33 ສະພາປະສານງານສາກົນ ໂຄງການມະນຸດ ແລະ ຊີວະນາໆພັນ ເຊິ່ງຖືກຈັດຂຶ້ນລະຫວ່າວວັນທີ 13 17 ກັນຍາ 2021 ຢູ່ Abuja, ນີເຊເນຍ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົົ່ວ ແລະ ພູພຽງ ກອນຮ່ານຶ່ງ ຂອງ ຫວຽດນາມ ໄດ້ຮັບການຮັບຮອງເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ ຈາກອົງການ UNESCO.

ນຳ້ຕົກຕາດ 50 ໃນເຂດພູພຽງ ກອນນ່ານຶ່ງ. ພາບ: VNA
 
ເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແມ່ນແບບຢ່າງໜຶ່ງ ທີ່ບັນລຸມາດຕະຖານ ກ່ຽວກັບ ລະບົບຊີວະພາບປ່າແຫ້ງແລ້ງ ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນໜຶ່ງໃນຈຳນວນເຂດຊີວະພາບ 200 ແຫ່ງສຳຄັນຂອງໂລກ ແລະ ໄດ້ຮັບການເລືອກເຟັ້ນວ່າ ແມ່ນໜຶ່ງໃນບັນດາເຂດໃຫ້ບູລິມະສິດອະນຸລັກຮັກສາສູງສຸດຂອງຊີວະນາໆພັນທັງໝົດໃນໂລກ.
 
ສ່ວນເຂດອະນຸລັກຮັກສາຊີວະນາໆພັນ ພູພຽງ ກອນຮ່ານຶ່ງ ມີລັກສະນະຊີວະສາດສູງ, ເປັນເອກະລັກສະເພາະຂອງລະບົບຊີວະພາບປ່າ, ລະບົບພືດພັນຕ່າງໆໃນປ່າ ແລະ ລະບົບສັດສາວາສິ່ງຢູ່ເຂດໄຕງວຽນ ຂອງ ຫວຽດນາມ. ເຂດດັ່ງກ່າວຍັງມີບົດບາດສຳຄັນ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ຮັກສາຄວາມດຸ່ນດ່ຽງຊີວະພາບຂອງເຂດໄຕງວຽນ ແລະ ນັບທັງເຂດພາກກາງ ແລະ ເຂດພາກໃຕ້ຕາເວັນອອກ ອີກດ້ວຍ.

ໄປຄຽງຄູ່ກັນນັ້ນ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຕ່າງກໍໄດ້ມີຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຫຼາຍຢ່າງກ່ຽວກັບ ຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ພວມດຳລົງຊີວິດຢູ່ທີ່ນີ້ອີກດ້ວຍ.

ເປັນອັນວ່າ, ໃນໄລຍະແຕ່ປີ 2000 ຫາ 2020, ຫວຽດນາມ ມີທັງໝົດ 11 ແຫ່ງ ໄດ້ຮັບການຮັບຮອງວ່າເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ, ກາຍເປັນ ປະເທດທີ່ມີຈຳນວນເຂດອະນຸລັກຮັກສາຊີວະນາໆພັນຫຼາຍອັນດັບ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ.
ໂດຍ: VNA/VNP
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top