• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫລີມສະຫລອງ 70 ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ

ຕອນເຊົ້າວັນທີ 3 ມິຖຸນາ ຢູ່ ຮ່າໂນ້ຍ ໄດ້ຈັດພິທີສະເຫລີມສະຫລອງ 70 ປີແຫ່ງວັນທ່ານປະທານໂຮ່ຈິມີນ ຮຽກຮ້ອງການແຂ່ງຂັນຮັກຊາດ ແລະ ເຊີດຊູວິລະຊົນກຳລັງປະກອບອາວຸດ, ວິລະຊົນແຮງງານ, ແບບຢ່າງດີເດັ່ນຜ່ານບັນດາໄລຍະ.

ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈີນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພ້ອມກັບການນຳພັກ, ລັດ ໃນບັນດາໄລຍະ.

ກ່າວຄຳເຫັນນະພິທີ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເນັ້ນຫນັກວ່າ: ການສະເຫລີມສະຫລອງ 70 ປີແຫ່ງວັນທ່ານປະທານໂຮ່ຈິມີນ ຮຽກຮ້ອງການແຂ່ງຂັນຮັກຊາດ ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນສຳລັບທ່ານປະທານໂຮ່ຈິມີນຜູ້ຍິ່ງໃຫຍ່. ທ່ານປະທານໂຮ່ຈິມີນ ບໍ່ພຽງແຕ່ແມ່ນຜູ້ລິເລີ່ມ, ປຸກລະດົມບັນດາຂະບວນການແຂ່ງຂັນຮັກຊາດເທົ່ານັ້ນ ຫາກເພິ່ນແມ່ນແບບຢ່າງ, ແມ່ນແຫລ່ງລະດົມກຳລັງໃຈອັນໃຫຍ່ຫລວງໃຫ້ບັນດາຂະບວນການຮັກຊາດ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ບົນພື້ນຖານໝູນໃຊ້ບັນດາບົດຮຽນກ່ຽວກັບການແຂ່ງຂັນຮັກຊາດໃນ 70 ປີຜ່ານມາ, ຂະບວນການແຂ່ງຂັນຮັກຊາດ ແລະ ວຽກງານຍ້ອງຍໍໃຫ້ລາງວັນໃນໄລຍະຈະມາເຖິງ ຈະມີບັນດາການຫັນປ່ຽນຢ່າງແທ້ຈິງ ແລະ ປ່ຽນແປງຢ່າງແຮງກວ່າອີກ.

ເມື່ອອ່ານສູນທອນພົດນະພິທີ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ເນັ້ນຫນັກວ່າ: ວັນທີ 11 ມິຖຸນາ ປີ 1948 ເນື່ອງໃນໂອກາດ 1000 ວັນທີ່ພາກໃຕ້ທຳການຕໍ່ຕ້ານ, ທ່ານປະທານໂຮ່ຈິມີນ ໄດ້ຮຽກຮ້ອງການແຂ່ງຂັນຮັກຊາດ ດ້ວຍຈຸດປະສົງ ແຂ່ງຂັນກັນເພື່ອຕ້ານໄພອຶດຫິວ, ກືກຫນັງສື, ສັດຕູຜູ້ຮຸກຮານ” . ວິທີເຮັດແມ່ນອີງໃສ່ກຳລັງຂອງປະຊາຊົນ, ຈິດໃຈຂອງປະຊາຊົນເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນ. ຄຳຮຽກຮ້ອງແຂ່ງຂັນຮັກຊາດ ໄດ້ມີຄຸນປະໂຫຍດດຶງດູດ, ລະດົມກຳລັງໃຈໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເສີມຂະຫຍາຍມູນເຊື້ອຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ການເສຍສະຫລະ ພ້ອມແລ້ວອຸທິດສ່ວນໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດ.

ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນແບບຢ່າງດີເດັ່ນທີ່ເຂົ້າຮ່ວມພິທີສະເຫລີມສະຫລອງ 70 ປີແຫ່ງວັນທ່ານປະທານໂຮ່ຈິມີນ ຮຽກຮ້ອງການແຂ່ງຂັນຮັກຊາດ ນຳໂດຍທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ.

ກ່ອນຫນ້ານັ້ນ ຕອນຄ່ຳວັນທີ 2 ມິຖຸນາ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນກັບວິລະຊົນກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ແບບຢ່າງດີເດັ່ນໃນກອງທັບ, ຜູ້ມີຜົນງານດີເດັ່ນໃນການອົບຮົມ ກຽມພ້ອມສູ້ຮົບ, ວຽກງານຮ່ຳຮຽນ, ອອກແຮງງານ, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top