• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາເຫດການໃນບັ້ນຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີອາເມລິກາ D.Trump ຈະຖືກໂຈະໄວ້ຫຼືຈັດຂຶ້ນທາງອອນລາຍ

      ທຸກເຫດການທີ່ກ່ຽວຂ້ອງເຖິງບັນດາສະມາຊິກໃນຄອບຄົວຂອງທ່ານປະທານາທິບໍດີ D.Trump ທີ່ໄດ້ຂຶ້ນແຜນກ່ອນໜ້ານັ້ນແມ່ນພວມໂຈະໄວ້ຊົ່ວຄາວ.

ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: Reuters)
      ທຸກເຫດການໃນບັ້ນເຄື່ອນໄຫວຫາສຽງເລືອກຕັ້ງທີ່ກ່ຽວຂ້ອງເຖິງທ່ານປະທານາທິບໍດີອາເມລິກາ Donald Trump ຈະຖືກໂຈະໄວ້ຊົ່ວຄາວ ຫຼື ຈະໄດ້ຈັດຂຶ້ນທາງອອນລາຍ, ພາຍຫຼັງທີ່ທ່ານ D.Trump ຕິດເຊື້ອພະຍາດໂຄວິດ-19.
        ໃນຖະແຫຼງການສະບັບອອກວັນທີ 02 ຕຸລາ, ທ່ານ Bill Stepien, ຜູ້ຄຸ້ມຄອງບັ້ນຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ທຸກເຫດການທີ່ກ່ຽວຂ້ອງເຖິງບັນດາສະມາຊິກໃນຄອບຄົວຂອງທ່ານປະທານາທິບໍດີ D.Trump ທີ່ໄດ້ຂຶ້ນແຜນກ່ອນໜ້ານັ້ນແມ່ນພວມໂຈະໄວ້ຊົ່ວຄາວ. ບັນດາເຫດການອື່ນໆຈະໄດ້ຮັບການພິຈາລະນາຕາມແຕ່ລະກໍລະນີລະອຽດ.
        ທ່ານ Bill Stepien, ກໍ່ໃສ່ໃຈວ່າ, ທ່ານຮອງປະທານາທິບໍດີ Mike Pence, ກວດເຊື້ອພະຍາດໂຄວິດ-19 ມີຜົນກວດອອກມາເປັນລົບໃນຕອນເຊົ້າວັນທີ 02 ຕຸລາ, ທ່ານຈະສືບຕໍ່ຫາສຽງເລືອກຕັ້ງຕາມແຜນການຂອງຕົນ.
(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top