• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ

ຕອນບ່າຍວັນທີ 04 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Song Young – moo.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Song Young – moo

ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານຫວຽດນາມຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດ ນັບມື້ນັບຮ່ວມມືກັນຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ເນື້ອໃນຂອງການພົວພັນ “ຄູ່ຮ່ວມມືຍຸດທະສາດ” ເປັນຫຼາຍຮູບຫຼາຍແບບ ແລະ ເລິກເຊິ່ງກວ່າອີກ.

ທ່ານລັດຖະມົນຕີ Song Young – moo ຢັ້ງຢືນທັດສະນະວ່າ ສ.ເກົາຫຼີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່”. ທ່ານລັດຖະມົນຕີຖືວ່າ ການຮ່ວມມືດ້ານປ້ອງກັນຊາດຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ທີ່ການພົບປະເຈລະຈາໃນຕອນເຊົ້າຂອງວັນດຽວກັນ ສອງຝ່າຍໄດ້ເຫັນດີກັບຫຼາຍມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ສ.ເກົາຫຼີ. ທ່ານລັດຖະມົນຕີຕີລາຄາສູງທັດສະນະຂອງຫວຽດນາມກ່ຽວກັບບັນຫາສັນຕິພາບໃນແຫຼມເກົາຫຼີ, ພ້ອມທັງຊີ້ແຈ້ງວ່າ ສ.ເກົາຫຼີຖືເປັນສຳຄັນທີ່ສຸດສຳລັບບັນຫາເສລີໃນການເດີນບິນ, ການເດີນທະເລຢູ່ທະເລຕາເວັນອອກ, ຖືນີ້ແມ່ນເສັ້ນທາງຄວາມໄວສູງເຊື່ອມຕໍ່ກັບບັນດາປະເທດ.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top