• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ຫາຍຟ່ອງ ຄວນສຸມໃສ່ພັດທະນາ 3 ເສົາຄ້ຳເສດຖະກິດ

      ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ຕີລາຄາສູງເລື່ອງ ຫາຍຟ່ອງ ບັນລຸທ່າເຕີບໂຕາສູງ, ຕໍ່ເນື່ອງໃນໄລຍະ 5 ປີຜ່ານມາຢ່າງລ້ຽນຕິດ
(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທັງ ໄດ້ເຮັດວຽກກັບຄະນະພັກນະຄອນ ຫາຍຟ່ອງ)
      ຕອນບ່າຍວັນທີ 23 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທັງ ໄດ້ເຮັດວຽກກັບຄະນະພັກນະຄອນ ຫາຍຟ່ອງ ກ່ຽວກັບສະພາບການພັດທະນາເສດຖະກິດ- ສັງຄົມຂອງນະຄອນ ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ວຽກງານວາງແຜນພັດທະນານະຄອນ ຫາຍຟ່ອງ ໃນສຸມປີຕໍ່ໆໄປ.
ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ຕີລາຄາສູງເລື່ອງ ຫາຍຟ່ອງ ບັນລຸທ່າເຕີບໂຕາສູງ, ຕໍ່ເນື່ອງໃນໄລຍະ 5 ປີຜ່ານມາຢ່າງລ້ຽນຕິດ; ສະເໜີໃຫ້ແຂວງ ຫາຍຟ່ອງ ຈົ່ງສືບຕໍ່ພັດທະນາຢ່າງແຮງກວ່າ, ໃນນັ້ນ, ສຸມໃສ່ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ເພື່ອດຶງດູດແຫຼ່ງເງິນລົງທຶນ. ພິເສດ, ທາງນະຄອນຕ້ອງເອົາໃຈໃສ່ 3 ເສົາຄ້ຳພັດທະນາເສດຖະກິດແມ່ນ: ອຸດສາຫະກຳ, ທ່າກ່ຳປັ່ນ ແລະ ທ່ອງທ່ຽວ.
      ທ່ານຮອງນາຍົກລັດຖະມົນຕີກໍ່ເຫັນດີກັບຄຳເຫັນຂອງບັນດາກະຊວງ, ຂະແໜງການ ແລະ ຂໍ້ສະເໜີຂອງ ຫາຍຟ່ອງ ກ່ຽວກັບການພັດທະນາທ່າກ່ຳປັ່ນທິດໃຕ້ ໂດເຊີນ; ເປີດກວ້າງທ່າສະຍານອາກາດສາກົນ ກາດບີ, ຜັນຂະຫຍາຍການວາງແຜນພັດທະນາສະໜາມບິນ ຕຽນລາງ…
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top