• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານການປະຊຸມຂອງກົມການເມືອງ ກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2021 ແລະ ຄາດຄະເນປີ 2022

      ກົມການເມືອງຮຽກຮ້ອງໃຫ້, ຄະນະຮັບຜິດຊອບວຽກງານພັກ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດແທດກັບທັດສະນະພັດທະນາເສດຖະກິດ - ສັງຄົມ ຢູ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການປະຊຸມ
      ຕອນເຊົ້າວັນທີ 17 ກັນຍາ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ກົມການເມືອງໄດ້ຈັດການປະຊຸມເພື່ອຮັບຟັງ ຄະນະຮັບຜິດຊອບວຽກງານພັກ ລັດຖະບານ ລາຍງານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022, ສະພາບການປະຕິບັດງົບປະມານແຫ່ງລັດ ປີ 2021, ແຜນງົບປະມານແຫ່ງລັດ ປີ 2022 ແລະ ແຜນການການເງິນ - ງົບປະມານແຫ່ງລັດ ໃນໄລຍະ 3 ປີ 2022 – 2024, ຈຸດເວລາປະຕິບັດການປະຕິຮູບນະໂຍບາຍເງິນເດືອນ.
ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃຫ້ຮູ້ວ່າ ກົມການເມືອງເຫັນດີເຫັນພ້ອມໂດຍພື້ນຖານກັບບັນດາການໄຈ້ແຍກ, ຕີລາຄາກ່ຽວກັບສະພາບການ, ການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດ, ສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ແຕ່ຕົ້ນປີມາຮອດປັດຈຸບັນ ຂອງຄະນະຮັບຜິດຊອບວຽກງານພັກລັດຖະບານ. ທ່ານກ່າວວ່າ:
      ນີ້ແມ່ນປີທຳອິດຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ເພາະສະນັ້ນ, ກ່ຽວກັບເສດຖະກິດສັງຄົມ ຖອດຖອນໄດ້ປະສົບການຫຍັງ. ຈາກສະພາບຕົວຈິງນັ້ນ ສົມທຽບກັບມະຕິຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ເພື່ອຜັນຂະຫຍາຍໃນປີ 2022 ດ້ວຍຈິດໃຈ ເຂົ້າໃຈງ່າຍຈື່ຈຳງ່າຍ, ປະຕິບັດງ່າຍ, ກວດກາງ່າຍ, ຫຼັງຈາກນັ້ນ ສະພາແຫ່ງຊາດຈະຈັດການປະຊຸມ ແລະ ຫັນບັນດາບາດກ້າວເປັນລະບອບລະບຽບການຢ່າງຈະແຈ້ງ, ມີແບບມີແຜນ, ມີຈິດໃຈປ່ຽນແປງໃຫມ່ ແລະ ແທດຈິງທີ່ສຸດ.
      ສະເໜີຄຳຮຽກຮ້ອງໃນການຊີ້ນຳບໍລິຫານແຕ່ປັດຈຸບັນຮອດທ້າຍປີ 2021 ແລະ ການສ້າງແຜນການພັດທະນາເສດຖະກິດ - ສັງຄົມ 2022, ທ່ານ ຫງວຽນຝຸຈ້ອງ ໄດ້ຊີ້ແຈ້ງວ່າ: ກົມການເມືອງຮຽກຮ້ອງໃຫ້, ຄະນະຮັບຜິດຊອບວຽກງານພັກ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດແທດກັບທັດສະນະພັດທະນາເສດຖະກິດ - ສັງຄົມ ຢູ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຍົກສູງຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັດສິນໃຈມານະພະຍາຍາມທີ່ສຸດ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ. ປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂຽວຂາດ, ການປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ພິເສດແມ່ນ, ສະໜິດຕິດແທດສະພາບການ, ເປັນເຈົ້າການໃນການສ້າງກໍລະນີ, ວິທີການແກ້ໄຂທີ່ເໝາະສົມ, ປັບຕົວໃຫ້ແທດເໝາະກັບສະພາບການໂລກລະລາດໂຄວິດ - 19 ທີ່ອາດຈະແກ່ຍາວ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top