• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນ​າມ ຟ້າມ​ບີ່ງ​ມິງ ຢ​້ຽ​ມ​ຢາມ ກູບ​າ ຢ່າງ​ເປັນ​ທາງກ​ານ

ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມ ກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 19 – 21 ພຶດສະພາ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla (ພາບ: baoquocte.vn)

ທີ່ການພົບປະເຈລະຈາໃນວັນທີ 20 ພຶດສະພາກັບ ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ຢັ້ງຢືນເຖິງ ນ້ຳໃຈສາມັກຄີ, ມິດຕະພາບ ແລະ ຄວາມສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສຳລັບກູບາ. ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບບາງມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນສອງຝ່າຍ, ລະອຽດແມ່ນ ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ຈັດຕັ້ງການປຶກສາກາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະ ສ້າງຂອບເຂດນິຕິກຳໃຫ້ແກ່ການພົວພັນຮ່ວມມືໃຫ້ສົມບູນແບບຕາມແຕ່ລະຂັ້ນຕອນ, ໃນນັ້ນມີການເຮັດໃຫ້ສັນຍາການຄ້າລະຫວ່າງ ຫວຽດນາມ - ກູບາ ໃຫ້ມີຜົນສັກສິດໂດຍໄວ.

        ພ້ອມກັນນັ້ນ, ລັດຖະມົນຕີສອງທ່ານໄດ້ແລກປ່ຽນບັນດາມາດຕະການສົ່ງເສີມການເຄື່ອນໄຫວລົງທຶນຂອງວິສາຫະກິດສອງຝ່າຍ. ກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ຢັ້ງຢືນ ຄວາມສະໜັບສະໜູນຫຼັກໝັ້ນແກ້ໄຂຂໍ້ຂັດແຍ່ງອະທິປະໄຕໂດຍສັນຕິວິທີ, ບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ.

        ພາຍຫຼັງການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla ໄດ້ລົງນາມໃນແຜນການປຶກສາຫາລືດ້ານການເມືອງໄລຍະ 2020 – 2022 ລະຫວ່າງກະຊວງ ການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ກູບາ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top