• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ລົງກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ແຂວງ ຫາຍເຢືອງ ແລະ ກວ໋າງນິງ

      ຕອນຄ່ຳວັນທີ 31 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ໄປປະຕິບັດງານຢູ່ແຂວງ ຫາຍເຢືອງ ແລະ ກວ໋າງນິງ ເພື່ອກວດກາສະພາບການປິ່ນປົວ ກໍຄື ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ສອງທ້ອງຖິ່ນດັ່ງກ່າວ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມດ້ວຍຄະນະ ລົງກວດກາວຽກງານປ້ອງກັນ,
ສະກັດກັ້ນໂລກລະບາດຢູ່ ແຂວງ ຫາຍເຢືອງ (ພາບ:VGP)
      ພາຍຫຼັງສຸມເຫື່ອເທແຮງຜັນຂະຫຍາຍຢ່າງຂ້ຽວຂາດເປັນເວລາ 4 ວັນ, ມາຮອດປັດຈຸບັນ, ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນ ຈີ໊ລິງ, ແຂວງຫາຍເຢືອງ ໄດ້ຮັບການຄວບຄຸມໂດຍພື້ນຖານ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ກໍຄ່ອຍໆຫຼຸດລົງ.
        ເມື່ອລົງໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ ເທດສະບານ ດົງຈ່ຽວ, ແຂວງ ກວ໋າງນິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ທີ່ໄດ້ຜັນຂະຫຍາຍບັນດາມາດຕະການຄົ້ນຫາປະຫວັດການເຄື່ອນໄຫວໄປ - ມາ, ຈຳກັດບໍລິເວນ ແລະ ແຍກຕົວ ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຊື່ອໝັ້ນວ່າ, ດ້ວຍການຜັນຂະຫຍາຍບັນດາມາດຕະການຢ່າງໄວວາ ແລະ ຂ້ຽວຂາດຢູ່ສອງທ້ອງຖິ່ນນັ້ນ, ແນ່ນອນວ່າໂລກລະບາດຈະໄດ້ຮັບການຄວບຄຸມໂດຍພື້ນຖານກ່ອນບຸນປີໃໝ່ປະຈຳຊາດ ປີ 2021.
        ຕອນເຊົ້າວັນທີ 1 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 2 ຄົນ ໃນຊຸມຊົນ ຢູ່ຮ່າໂນ້ຍ. ປັດຈຸບັນ, ເຂົາເຈົ້າພວມປະຕິບັດການແຍກຕົວ ແລະ ປິ່ນປົ່ວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ (ຮ່າໂນ້ຍ).
 (ແຫຼ່ງຄັດຈາກ VOV)
 
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top