• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເດີນທາງໄປຢ້ຽມຢາມ ສະຫະພັນ ສະວິດ ຢ່າງເປັນທາງການ

      ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ສະວິດ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດຄົບຮອບ 50 ປີ (1971 – 2021).
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະນາ (ພາບ: TTXVN)
      ວັນທີ 25 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ສະຫະພັນ ສະວິດ ແລະ ສະຫະພັນ ລັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 25 ພະຈິກ ຫາ ວັນທີ 2 ທັນວາ ປີ 2021. ການຢ້ຽມຢາມແມ່ນປະຕິບັດຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ສະວິດ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດຄົບຮອບ 50 ປີ (1971 – 2021). ນີ້ກໍແມ່ນການຢ້ຽມຢາມ ເອີຣົບ ຢ່າງເປັນທາງການຄັ້ງທຳອິດ ໃນຖານະຕຳແໜ່ງໃໝ່ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.
            ການຢ້ຽມຢາມ ສະຫະພັນ ສະວິດ ຢ່າງເປັນທາງການຄັ້ງນີ້ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ສືບຕໍ່ໄດ້ຢັ້ງຢືນແນວທາງການຕ່າງປະເທດໂດຍກອງປະຊຸມໃຫຍ່ທົວປະເທດຄັ້ງທີ XIII ຂອງພັກ ວາງອອກແມ່ນ ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການທາງການທູດ ເປັນຫຼາຍຮູບ, ຫຼາຍແບບ, ຫຼາຍຝ່າຍ, ສືບຕໍ່ເຮັດໃຫ້ບັນດາການພົວພັນ 2 ຝ່າຍ ເຂົ້າສູ່ລວງເລິກ, ພ້ອມທັງສ້າງທ່ວງທ່າສະຫຼັບກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມເຕີມຄວາມໄວ້ເນື້ອເຊື່ອໃຈ; ຍົກລະດັບການພົວພັນທາງການທູດ ຫຼາຍຝ່າຍ, ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງບົດບາດຂອງ ຫວຽດນາມ ໃນບັນດາລະບອບລະບຽບການຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top