• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕໍ່ກຳລັງແຮງໃຫ້ແກ່ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

      ມະຕິເລກທີ 406 ຫາກໍ່ປະກາດໃຊ້ນັ້ນ ໄດ້ສົ່ງຜົນກະທົບໂດຍກົງເຖິງບັນດາເປົ້າໝາຍວິສາຫະກິດຂະໜາດກາງ ແລະ ນ້ອຍ; ຄອບຄົວ, ສ່ວນບຸກຄົນ ມີການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ບັນດາບໍລິເວນເມືອງ ທີ່ຖືກຜົນສະທ້ອນຂອງໂລກລະບາດໂຄວິດ-19…
ບັນດານະໂຍບາຍໄດ້ປະກາດໃຊ້ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19
(ພາບປະກອບ: TTXVN)
      ຫວຽດນາມ ຫາກໍ່ປະກາດໃຊ້ບາງນະໂຍບາຍໃໝ່ຕືີ່ມອີກ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ປະຊາຊົນຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ບັນດາຂໍ້ກຳນົດກ່ຽວກັບການຫຼຸດຜ່ອນອາກອນລາຍຮັບໃຫ້ແກ່ວິສາຫະກິດ, ອາກອນລາຍຮັບສ່ວນບຸກຄົນ, ອາກອນມູນຄ່າເພີ່ມ… ໄດ້ກຳນົດໃນມະຕິເລກທີ 406 ຂອງຄະນະປະຈຳສະພາແຫ່ງຊາດ (ປະກາດໃຊ້ໃນວັນທີ 19 ຕຸລາ) ແມ່ນການໜູນຊ່ວຍໃຫ້ວິສາຫະກິດຫຼາຍແຫ່ງ. ຄວາມຫຍຸ້ງຍາກໄດ້ຮັບການແກ້ໄຂຢ່າງທັນການ, ນັ້ນແມ່ນກຳລັງໜູນຢ່າງໃຫຍ່ຫຼວງເພື່ອໃຫ້ວິສາຫະກິດຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ຟື້ນຟູພື້ນຖານເສດຖະກິດໂດຍໄວ.
        ບັນດານະໂຍບາຍໄດ້ປະກາດໃຊ້ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ແມ່ນແຜນນະໂຍບາຍຢ່າງທັນການ, ໄດ້ເປັນການຢືນຢັນວ່າ ສະພາແຫ່ງຊາດ, ລັດຖະບານ ຍາມໃດກໍ່ແບ່ງປັນຄວາມເສຍຫາຍ, ຄວາມຫຍຸ້ງຍາກເຊິ່ງປະຊາຊົນ ແລະ ວິສາຫະກິດຕ້ອງແບກຫາບຍ້ອນຜົນກະທົບຈາກໂລກລະບາດ.
ຕໍ່ກຳລັງແຮງໃຫ້ແກ່ວິສາຫະກິດ, ປະຊາຊົນປະສົບກັບຄວາມຫຍຸ້ງຍາກ
        ມະຕິເລກທີ 406 ຫາກໍ່ປະກາດໃຊ້ນັ້ນ ໄດ້ສົ່ງຜົນກະທົບໂດຍກົງເຖິງບັນດາເປົ້າໝາຍວິສາຫະກິດຂະໜາດກາງ ແລະ ນ້ອຍ; ຄອບຄົວ, ສ່ວນບຸກຄົນ ມີການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ບັນດາບໍລິເວນເມືອງ ທີ່ຖືກຜົນສະທ້ອນຂອງໂລກລະບາດໂຄວິດ-19… ເຂດນີ້ແມ່ນ “ກະດູກສັນຫຼັງ” ຂອງພື້ນຖານເສດຖະກິດ, ກວມເອົາອັດຕາສ່ວນສູງໃນພື້ນຖານເສດຖະກິດ ແລະ ກໍ່ມີຄວາມສ່ຽງສູງກວ່າເພີ່ນຈາກໂລກລະບາດ. ຕາມການຄິດໄລ່ຂອງກະຊວງການເງິນ ຫວຽດນາມ ແລ້ວ, ມີເຖິງ 97% ວິສາຫະກິດໃນທົ່ວປະເທດໄດ້ຫຼຸດ 30% ມູນຄ່າອາກອນລາຍຮັບວິສາຫະກິດໃນປີ 2021 ນີ້. ພ້ອມກັນນັ້ນ, ຄາດວ່າ ມີເກືອບ 4 ລ້ານຄອບຄົວ ແລະ ສ່ວນບຸກຄົນດຳເນີນທຸລະກິດໃນທົ່ວປະເທດຈະໄດ້ຍົກເວັ້ນອາກອນສ່ວນບຸກຄົນ ແລະ ອາກອນມູນຄ່າເພີ່ມໃນໄຕມາດທີ 3 ແລະ ທີ 4 ນີ້. ບັນດາມາດຕະການຍົກເວັ້ນອາກອນ, ຫຼຸດຜ່ອນອາກອນຕາມມະຕິເລກທີ 406 ຈະໜູນຊ່ວຍວິສາຫະກິດ ແລະ ປະຊາຊົນເປັນຈຳນວນເງິນປະມານ 20.000 ຕື້ດົ່ງ.
        ບັນດາມາດຕະການໜູນຊ່ວຍວິສາຫະກິດ, ປະຊາຊົນ ດ້ານໜຶ່ງແມ່ນຊ່ວຍຫຼຸດຜ່ອນລາຄາຂອງສິນຄ້າ, ການບໍລິການໄດ້ຍົກເວັ້ນອາກອນ, ຫຼຸດຜ່ອນອາກອນມູນຄ່າເພີ່ມ, ຊ່ວຍເພີ່ມທະວີການບໍລິໂພກ, ກະຕຸນການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ດ້ານອື່ນ, ຊ່ວຍຫຼຸດຜ່ອນລາຍຈ່າຍຂອງວິສາຫະກິດ. ໃນສະພາບການນັ້ນ, ເລື່ອງຕໍ່ກຳລັງແຮງໃຫ້ແກ່ວິສາຫະກິດຜ່ານບັນດານະໂຍບາຍກ່ຽວກັບອາກອນ, ລາຍຈ່າຍແມ່ນມີຄວາມຈຳເປັນທີ່ສຸດ, ຊ່ວຍໃຫ້ວິສາຫະກິດສາມາດຮັກສາ ແລະ ຟື້ນຟູ ພ້ອມກັບວິວັດທະນາການເປີດປະຕູພື້ນຖານເສດຖະກິດຄືນໃໝ່. ທ່ານ ຫວໍຫວຽດຮຸ່ງ, ຫົວໜ້າບໍລິສັດ CP ກຸ່ມບໍລິສັດປຸງແຕ່ງທັນຍາຫານ ຮ່າໂນ້ຍ, ຖືວ່າ:
        “ບ້ວງເງິນໜູນຊ່ວຍດັ່ງກ່າວບໍ່ພຽງແມ່ນແມ່ນໜູນຊ່ວຍດ້ານເງິນຕາເທົ່ານັ້ນ ຫາກມັນຄືດັ່ງວັກຊິນເພື່ອໜູນຊ່ວຍພະລັງຊີວິດໃຫ້ແກ່ວິສາຫະກິດ. ວິສາຫະກິດນຳໃຊ້ເງິນຈາກການຫຼຸດອາກອນນັ້ນເພື່ອລົງທຶນຍົກລະດັບເຕັກໂນໂລຊີ, ລົງທຶນຄົ້ນຄວ້າຕະຫຼາດ, ພິເສດແມ່ນລົງທຶນເຂົ້າການຫັນເປັນດີຈີຕອນ”.
ບຸລິມະສິດຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໜູນຊ່ວຍຢ່າງແທດຈິງ
        ບັນດານະໂຍບາຍໜູນຊ່ວຍວິສາຫະກິດ, ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ເຊິ່ງລັດຖະບານຫວຽດນາມ ປະກາດໃຊ້ ນັບແຕ່ປີ 2020. ຍອດຈຳນວນເງິນອາກອນ ແລະ ຍອດລາຍຮັບເຂົ້າງົບປະມານໄດ້ຕໍ່ກຳນົດເວລາ, ຍົກເວັ້ນ, ຫຼຸດຜ່ອນຕາມບັນດານະໂຍບາຍປະກາດໃຊ້ໃນປີ 2020 ບັນລຸປະມານ 129.000 ຕື້ດົ່ງ. ປີ 2021, ເພື່ອສືບຕໍ່ໜູນຊ່ວຍວິສາຫະກິດ, ປະຊາຊົນ, ລັດຖະບານ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ປະຕິບັດການຕໍ່ກຳນົດເວລາການເສຍຄ່າອາກອນ, ເງິນເຊົ່າທີ່ດິນໃນປີ 2021 ໃຫ້ແກ່ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19; ສືບຕໍ່ປະຕິບັດການຫຼຸດຜ່ອນພາສີ ນຳເຂົ້າສຳລັບຫຼາຍໝວດສິນຄ້າ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ເພີ່ມທະວີກຳລັງແກ່ງແຍ້ງຂອງວິສາຫະກິດ…
        ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ກ່າວຄຳເຫັນຢືນຢັນ ສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂ ເພື່ອຟື້ນຟູພື້ນຖານເສດຖະກິດ, ໃນນັ້ນມີການໜູນຊ່ວຍວິສາຫະກິດ.
        “ລັດຖະບານຈະສຸມໃສ່ໃຫ້ບຸລິມະສິດຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໜູນຊ່ວຍຢ່າງແທດຈິງ, ມີປະສິດທິຜົນໃຫ້ແກ່ປະຊາຊົນ, ວິສາຫະກິດ; ຟື້ນຟູຕະຫຼາດແຮງງານທີ່ຖືກຜົນກະທົບໂດຍກົງຈາກໂຄວິດ-19 ໂດຍໄວ; ຊຸກຍູ້ການຟື້ນຟູ ແລະ ພັດທະນາການຜະລິດດຳເນີນທຸລະກິດ; ຮັບປະກັນການສະໜອງ, ຈໍລະຈອນສິນຄ້າຢ່າງລຸລ່ວງ. ປຸກລຸກທຸກແຫຼ່ງກຳລັງໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດ ແລະ ການພັດທະນາເສດຖະກິດ ສັງຄົມ”.
        ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ຫາງສຽງໄດ້ຕີລາຄາສູງບັນດາມາດຕະການໜູນຊ່ວຍຢ່າງທັນການ, ສົ່ງຜົນກະທົບຢ່າງຕັ້ງໜ້າ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນການເຄື່ອນໄຫວຜະລິດ ດຳເນີນທຸລະກິດເປັນປົກກະຕິ. ນີ້ກໍ່ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top