• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນເຊົ້າວັນທີ 31 ມີນາ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ

      ຕອນເຊົ້າວັນທີ 31 ມີນາ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອລວມທັງໝົດຍັງຄົງແມ່ນ 2.594 ກໍລະນີ.
(ພາບປະກອບ: VOV)
      ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຫາຍດີ 2.359 ກໍລະນີ, ມີ 35 ກໍລະນີເສຍຊີວິດ ແລະ ມີປະຊາຊົນ ຫວຽດນາມ ເກືອບ 50.000 ຄົນ ຢູ່ 19 ແຂວງ, ນະຄອນໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດດັ່ງກ່າວລວມທັງໝົດເກືອບ 128,8 ລ້ານຄົນ, ໃນນັ້ນ ມີ 2.815.032 ຄົນ ເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກວ່າ 31 ລ້ານຄົນ, ໃນນັ້ນ ມີ ຫຼາຍກວ່າ 564.000 ຄົນ ເສຍຊີວິດ; ຖັດຈາກນັ້ນແມ່ນ ບຣາຊິນ ແລະ ອິນເດຍ.
ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ບຣາຊິນ (ພາບ: AFP/TTXVN)
      ເອີຣົບ ພວມແມ່ນຈຸດໃຈກາງໂລກລະບາດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 43 ລ້ານຄົນ, ໃນນັ້ນ ມີກວ່າ 949.000 ຄົນເສຍຊີວິດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top