• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຶງດູດໄວໜຸ່ມເຂົ້າຮ່ວມໂຄງການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ`

      ໂຄງການ CoRe ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຈຸດປະສົງຮຽກຮ້ອງ ແລະ ເພີ່ມທະວີການເຂົ້າຮ່ວມ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາຝ່າຍຢູ່ນະຄອນ ເກີ່ນເທີ, ພິເສດແມ່ນຊາວໜຸ່ມ ແລະ ການນຳໜຸ່ມ, ເພື່ອເພີ່ມທະວີກຳລັງຄວາມສາມາດຕ້ານທານຂອງຊຸມຊົນ ເມື່ອຖືກຜົນກະທົບບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ; ຍົກສູງບົດບາດຂອງຊາວໜຸ່ມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນການໜູນຊ່ວຍພໍ່ແມ່ປະຊາຊົນໃຫ້ມີຄວາມຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນກວ່າ
(ພາບປະກອບ: ໂຄງການ CoRe)
      ຫວ່າງມໍ່ໆມານີ້, ໂຄງການ “ຍົກສູງກຳລັງຄວາມສາມາດຮັບມື ແລະ ຕ້ານທານຂອງຊຸມຊົນພາຍໃຕ້ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ” ຫຼືເອີ້ນຫຍໍ້ວ່າ CoRe ໄດ້ເລີ່ມເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ. ໂຄງການ CoRe ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຈຸດປະສົງຮຽກຮ້ອງ ແລະ ເພີ່ມທະວີການເຂົ້າຮ່ວມ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາຝ່າຍຢູ່ນະຄອນ ເກີ່ນເທີ, ພິເສດແມ່ນຊາວໜຸ່ມ ແລະ ການນຳໜຸ່ມ, ເພື່ອເພີ່ມທະວີກຳລັງຄວາມສາມາດຕ້ານທານຂອງຊຸມຊົນ ເມື່ອຖືກຜົນກະທົບບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ; ຍົກສູງບົດບາດຂອງຊາວໜຸ່ມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນການໜູນຊ່ວຍພໍ່ແມ່ປະຊາຊົນໃຫ້ມີຄວາມຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນກວ່າ. CoRe ໄດ້ຮັບການອຸປະຖຳຈາກສະຖານທູດ ອັງກິດ ແລະ ສະຖານທູດ ເດນມາກ. ປັດຈຸບັນ, CoRe ພວມຄັດເລືອກຊາວໜຸ່ມ ແລະ ການນຳໜຸ່ມເຂົ້າຮ່ວມໂຄງການນີ້.
        ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ  ແມ່ນໜຶ່ງໃນ 03 ເຂດທົ່ງພຽງໃຫຍ່ທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບຕໍ່ຄວາມສ່ຽງກ່ຽວກັບແຫຼ່ງນ້ຳ ຄື ນ້ຳທະເລຍຶງຂຶ້ນ ພາໃຫ້ເກີດສະພາບນ້ຳທະເລຊຶມ, ຂາດເຂີນນ້ຳຈືດ, ອັນໄດ້ເຮັດໃຫ້ເກີດໄພແຫ້ງແລ້ງ, ອຸນຫະພຸມເພີ່ມຂຶ້ນ ແລະ ເກີດພາຍຸເຂດຮ້ອນໃນແຕ່ລະປີ. ຜ່ານການຄົ້ນຄວ້າຕ່າງໆຫວ່ງມໍ່ໆມານີ້ ໄດ້ຊີ້ໃຫ້ເຫັນຄວາມສ່ຽງຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ, ເພາະສະນັ້ນ ບັນດາມາດຕະການໜູນຊ່ວຍປະຊາຄົມຮັບມື ແລະ ກຳລັງຕ້ານທານຕໍ່ການປ່ຽນແປງຂອງດິນຟ້າອາກາດແມ່ນຈຳເປັນທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top