• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ຊັ່ງຊາເລື່ອງຈຳກັດຈຳນວນຜູ້ເຂົ້າຊົມງານມະຫາກຳກິລາລະດູຮ້ອນ Olympics Tokyo ໃນສະໜາມກິລາ

      ຍີ່ປຸ່ນ ພວມຊັ່ງຊາການຈຳກັດຈຳນວນຜູ້ເຂົ້າຊົມການແຂ່ງຂັນ Olympics Tokyo 2020 ໃນສະໜາມກິລາ ໃຫ້ຫຼຸດລົງ 50% ຂອງກຳລັງບັນຈຸ ຍ້ອນມີຄວາມເປັນຫ່ວງຕໍ່ຄວາມສ່ຽງຕິດເຊື້ອພະຍາດໂຄວິດ - 19. 
ສັນຍາລັກຂອງ ງານມະຫາກຳກິລາລະດູຮ້ອນ Olympics Tokyo (ພາບ: TTXVN)
      ວັນທີ 14 ມີນາ, ໜັງສືພິມ Sankei ໄດ້ຄັດສະເໜີແຫຼ່ງຂ່າວທີ່ບໍ່ເຜີຍຊື່ໃນລັດຖະບານ ຍີ່ປຸ່ນ ແລະ ຄະນະຈັດຕັ້ງ ງານມະຫາກຳກິລາລະດູຮ້ອນ Olympics Tokyo ໂດຍໃຫ້ຮູ້ວ່າ ຍີ່ປຸ່ນ ພວມຊັ່ງຊາການຈຳກັດຈຳນວນຜູ້ເຂົ້າຊົມການແຂ່ງຂັນ Olympics Tokyo 2020 ໃນສະໜາມກິລາ ໃຫ້ຫຼຸດລົງ 50% ຂອງກຳລັງບັນຈຸ ຂອງກໍ ຍ້ອນມີຄວາມເປັນຫ່ວງຕໍ່ຄວາມສ່ຽງຕິດເຊື້ອພະຍາດໂຄວິດ - 19.  ເຖິງຢ່າງໃດກໍຕາມ, ຖ້າຫາກວ່າສະພາບການໂລກລະບາດມີສັນຍານດີຂຶ້ນ, ອາດຈະອະນຸຍາດໃຫ້ຜູ້ມາຊົມໃຍວະໜາມກິລາຫຼາຍກວ່ານີ້. ຄະນະຈັດຕັ້ງງານມະຫາກຳກິລາ Olympics ຂອງ ຍີ່ປຸ່ນ ຈະປະກາດຂໍ້ຕົກລົງ ແລະ ການປະຕິບັດຕາມບັນດາຂໍ້ກຳນົດປ້ອງກັນ, ສະກັດກັ້ນໂລກລະບາດພາຍໃນປະເທດ ໃຫ້ຊາບໃນເດືອນ ເມສາ ຈະມາເຖິງ.
        ໃນຂະນະທີ່ໂລກລະບາດໂຄວິດ - 19 ພວມແຜ່ລະບາດອອກສູ່ທົ່ວໂລກນັ້ນ, ຄະນະກຳມະການ Olympics ສາກົນ (IOC) ແລະ ຄະນະຈັດຕັ້ງ Olympics Tokyo 2020 ໄດ້ຕົກລົງເລື່ອນວັນເວລາຈັດຕັ້ງງານມະຫາກຳກິລາ Olympics ແລະ Paralympic Tokyo ມາຮອດປີ 2021. ຕາມແຜນການໃໝ່ແລ້ວ, Olympics Tokyo ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 23 ກໍລະກົດ ຫາວັນທີ 8 ສິງຫາ 2021, ໃນຂະນະທີ່ Paralympic Tokyo ຈະດຳເນີນໃນລະຫວ່າງວັນທີ 24 ສິງຫາ ຫາ 5 ກັນຍາ 2021.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top