• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາຢັ້ງຢືນການພົວພັນສາມັກຄີ, ການຮ່ວມມືລະຫວ່າງສອງ ຊາດ ຫວຽດນາມ - ກູບາ

      ວັນທີ 2 ກັນຍາ, ສື່ມວນຊົນຕ່າງໆເປັນທາງການຂອງກູບາໄດ້ເອົາລົງບັນດາສານອວຍພອນຂອງການນຳສູງສຸດຂອງພັກ ແລະ ລັດ ກູບາ ເຖິງການນຳທຸກຂັ້ນຂອງ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄັ້ງທີ 74. 
        ໃນຄຳອວຍພອນທີ່ໄດ້ສົ່ງໄປຍັງທ່ານ ຫງວຽນຝຸຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Raul Castro ເລຂາທີໜຶ່ງຂອງພັກກອມມູນິດ ກູບາໄດ້ເນັ້ນໜັກຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ກູບາຈະສືບຕໍ່ຮັດແໜ້ນຄວາມສາມັກຄີຖານອ້າຍນ້ອງ ແລະການຮ່ວມມື, ເຊິ່ງ ແມ່ນບັນດາປັດໄຈທີ່ສ້າງຂຶ້ນການພົວພັນລະຫວ່າງສອງປະເທດ.
        ໃນສານທີ່ໄດ້ສົ່ງໄປຍັງທ່ານ ຫງວຽນຝຸຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Miguel Diaz – Canel ປະທານສະພາແຫ່ງຊາດ ແລະ ສະພາລັດຖະມົນຕີ ໄດ້ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສືບຕໍ່ເພີ່ມທະວີການພົວພັນອ້າຍນ້ອງ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງຊາດ, ສອງພັກ  ແລະ ສອງລັດຖະບານ.
        ທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກູບາກໍ່ສົ່ງຄຳອວຍພອນໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ຢັ້ງຢືນວ່າຈະຕັດສິນໃຈປັບປຸງການຮ່ວມມື ແລະ ການພົວພັນລະຫວ່າງສອງກະຊວງ.
 (ແຫຼ່ງຄັດຈາກ VOV)
 

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top