• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ

ທ່ານນາງ Vorobieva Ludmila, ຫົວໜ້າກົມອາຊີ 3, ກະຊວງການຕ່າງປະເທດ ລັດເຊຍ, ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າທີ່ສຳຄັນຂອງລັດເຊຍໃນບັນດາປະເທດ ອາຊຽນ.

ທ່ານ ໂງດືກແມ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ (ຜູ້ຢືນທີ 3 ເບື້ອງຊ້າຍ)

 

ຕອນຄ່ຳວັນທີ 12 ກຸມພາ, ສະຖານທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດຕັ້ງງານລ້ຽງຮອງຮັບເພື່ອນມິດຕ່າງປະເທດ ເພື່ອຂ່ຳນັບຮັບຕ້ອນບຸນປີໃໝ່ປະຈຳຊາດປີຈໍ 2018 ຢູ່ສູນວັດທະນະທຳ - ການຄ້າ ຮ່າໂນ້ຍ - ມົດສະກູ. ກ່າວຄຳເຫັນທີ່ພິທີ, ທ່ານ ໂງດືກແມ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາບາດກ້າວໃໝ່ກ່ຽວກັບທຸກດ້ານໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ.

        ສ່ວນຝ່າຍ ລັດເຊຍ, ທ່ານນາງ Vorobieva Ludmila, ຫົວໜ້າກົມອາຊີ 3, ກະຊວງການຕ່າງປະເທດ ລັດເຊຍ, ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າທີ່ສຳຄັນຂອງລັດເຊຍໃນບັນດາປະເທດ ອາຊຽນ. ກະຊວງການຕ່າງປະເທດ ລັດເຊຍ ກຽມພ້ອມສົມທົບກັນຢ່າງແໜ້ນແຟ້ນກັບ ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ພິເສດແມ່ນເພີ່ມທະວີການແລກປ່ຽນການຄ້າ, ການລົງທຶນ, ຈັດຕັ້ງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ໃນປີ 2019 ເປັນຢ່າງດີ.

        ສະຖານທູດ ຫວຽດນາມ ປະຈຳ ກູບາ ກໍ່ໄດ້ຈັດຕັ້ງການພົບປະສັງສັນປະຊາຄົມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ 2018 ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ ຫວຽດນາມ ພ້ອມກັບນັກຮຽນ, ນັກສຶກສາ ແລະ ບັນດາຄອບຄົວຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ທຳມາຫາກິນ, ດຳລົງຊີວິດຢູ່ ກູບາ ເປັນຈຳນວນຫຼວງຫຼາຍ.


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top