• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດ ສະຫຼຸບ 3ປີແຫ່ງການປະຕິບັດມະຕິເລກທີ 05

      ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ມະຕິເລກທີ 05 ໄດ້ປະກອບສ່ວນຊຸກຍູ້ວຽກງານປະຕິຮູບລະບຽບບໍລິຫານ, ດັບປັບວິທີເຮັດວຽກຂອງພະນັກງານ, ສະມາຊິກຂອງພັກ.

ກອງປະຊຸມທົ່ວປະເທດ ສະຫຼຸບ 3ປີແຫ່ງການປະຕິບັດມະຕິເລກທີ 05 (ພາບ: VGP)
      ຕອນເຊົ້າວັນທີ 20 ສິງຫາ ຢູ່ຮ່າໂນ້ຍ,ຄະນະໂຄສະນາ ແລະ ສຶກສາສູນກາງພັກໄດ້ຈັດຕັ້ງກອງປະຊຸມທົ່ວປະເທດສະຫຼຸບ 3 ປີແຫ່ງການປະຕິບັດເລກທີ 05ຂອງກົມການເມືອງກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ກິລິຍາທ່າທາງ ຂອງປະທານ ໂຮ່ຈິມີນ.  ກອງປະຊຸມໄດ້ຈັດຕັ້ງໂດຍກົງຜ່ານເຄືອຂ່າຍອິນເຕີແນັດຢູ່ ສະຖານທີ່ 787 ຈຸດ, ລົງຮອດຂັ້ນຕາແສງ, ເມືອງໃນທົ່ວປະເທດ”.
            ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ມະຕິເລກທີ 05 ໄດ້ປະກອບສ່ວນຊຸກຍູ້ວຽກງານປະຕິຮູບລະບຽບບໍລິຫານ, ດັບປັບວິທີເຮັດວຽກຂອງພະນັກງານ, ສະມາຊິກຂອງພັກ. ມີຫຼາຍອົງການ, ຫົວໜ່ວຍໄດ້ນຳເນື້ອໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ກິລິຍາທ່າທາງຂອງປະທານ ໂຮ່ຈິມີນເຂົ້າໃນການເຄື່ອນໄຫວຂອງໜ່ວຍພັກ ປະກອບສ່ວນເຂົ້າໃນການກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສແລະ ໝັ້ນຄົງເຂັ້ມແຂງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງພັກຢັ້ງຢືນວ່າ:
        ພາຍໃຕ້ການຊີ້ນຳ, ນຳພາຂອງກົມການເມືອງເປັນປະຈຳ, ຄະນະເລຂາທິການ, ຄະນະພັກທຸກຂັ້ນ, ຜູ້ນຳ, ການນຳອຳນາດການປົກຄອງແມ່ນປັດໄຈສຳຄັນພິເສດ ເພື່ອນຳມະຕິ ເລກທີ 05 ເຂົ້າຊີວິດ, ບັນລຸປະສິດທິຜົນ. ບົດບາດຂອງຄະນະພັກທຸກຂັ້ນ, ຂອງສະຫາຍເລຂາທຸກຂັ້ນ ແລະ ຜູ້ນຳທ້ອງຖິ່ນ, ອົງການ, ໜ່ວຍງານຕ້ອງມີລັກສະນະຕັດສິນໃນທັງສອງດ້ານ: ຊີ້ນຳ, ນຳພາ, ຈັດຕັ້ງການປະຕິບັດຕ້ອງມີຄວາມຕັດສິນໃຈ, ຢຶດໝັ້ນ, ດ້ານອື່ນ, ຕ້ອງຖືຕົນເອງເປັນແບບຢ່າງທີ່ດີ, ນຳໜ້າ, ຕື່ນຕົວປະຕິບັດຕາມປະທານໂຮຈິມີນໃນວຽກງານຢ່າງລະອຽດ ແລະ ໃນການດຳລົງຊີວິດ.
 (ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top