• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ADSOM+)

      ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າ ADSOM+ ຫວຽດນາມ, ບັນດາຜູ້ແທນໄດ້ແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງໂລກ ແລະ ພາກພື້ນ ໃນສະພາບການໂລກລະບາດໂຄວິດ-19 ແລະ ຫລັງໂຄວິດ-19

ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ພາບ: qdnd.vn)
            ຕອນເຊົ້າວັນທີ 07 ກໍລະກົດ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ADSOM+) ຕາມຮູບການອອນລາຍ ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ຂອງບັນດາປະເທດ ອາຊຽນ ແລະ 8 ປະເທດອື່ນລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ ພ້ອມກັບທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມການເມືອງ, ຄວາມໝັ້ນຄົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:
        “ທີ່ກອງປະຊຸມໃນມື້ນີ້, ບັນດາຜູ້ແທນປຶກສາຫາລືກ່ຽວກັບສະພາບຄວາມໝັ້ນຄົງໃນໂລກ ແລະ ພາກພື້ນ ໃນສະພາບການໂລກລະບາດໂຄວິດ-19 ຈະຊ່ວຍໃຫ້ພວກເຮົາ ມີການຕີລາຄາຢ່າງຮອບດ້ານກ່ຽວກັບແງ່ມູມດ້ານປ້ອງກັນຊາດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍພວກເຮົາຫຍັບມໍ່ເຂົ້າກັນກ່ວາ, ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ; ພ້ອມທັງປຶກສາຫາລືວຽກງານຕ່າງໆ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ໃນເດືອນ ຕຸລາ ຈະມາເຖິງ.
        ທີ່ກອງປະຊຸມ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າ ADSOM+ ຫວຽດນາມ, ບັນດາຜູ້ແທນໄດ້ແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງໂລກ ແລະ ພາກພື້ນ ໃນສະພາບການໂລກລະບາດໂຄວິດ-19 ແລະ ຫລັງໂຄວິດ-19, ບົດຮຽນຂອງນາຍທະຫານໃນການຮັບມືກັບໂລກລະບາດ; ປຶກສາຫາລືວຽກງານຕ່າງໆຂອງ ADMM+ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top