• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝາກລິ້ນຈີ່ງວດທຳອິດຂອງຫວຽດນາມ ສົ່ງໄປຍັງເອີລົບ ຕາມສັນຍາ EVFTA

ບໍລິສັດຫຸ້ນສ່ວນ Pacific Foods ໄດ້ສົ່ງໝາກລິ້ນຈີ່ ແທັງຮ່າ ງວດທຳອິດໄປຍັງ ເອີລົບ ຕາມສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA).
(ບໍລິສັດຫຸ້ນສ່ວນ Pacific Foods ໄດ້ສົ່ງໝາກລິ້ນຈີ່ ແທັງຮ່າ ງວດທຳອິດໄປຍັງ ເອີລົບ)

ຕອນບ່າຍວັນທີ 07 ມິຖຸນາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ບໍລິສັດຫຸ້ນສ່ວນ Pacific Foods ໄດ້ສົ່ງໝາກລິ້ນຈີ່ ແທັງຮ່າ ງວດທຳອິດໄປຍັງ ເອີລົບ ຕາມສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA). ທີ່ພິທີ, ທ່ານ ຫວູບາຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ: ປະຈຸບັນ, ອີຢູ ແມ່ນຕະຫຼາດສົ່ງອອກຜັກ, ໝາກໄມ້ຢືນອັນດັບທີ 4 ຂອງຫວຽດນາມ, ດ້ວຍພື້ນຖານທີ່ມີຢູ່ແລ້ວ ບວກກັບເລື່ອງຫຼຸດພາສີນຳເຂົ້າຕາມຄຳໝັ້ນສັນຍາໃນ EVFTA ກໍ່ພວມຕໍ່ກຳລັງເພື່ອຊ່ວຍເພີ່ມທະວີການຄວາມສາມາດໃນການແກ່ງແຍ້ງຂອງໝາກໄມ້ຫວຽດນາມ… ຖັດຈາກໝາກລິ້ນຈີ່ ງວດທຳອິິດສົ່ງໄປຍັງ ສ.ເຊັກໂກ ນັ້ນ, ໃນອາທິດຈະມາເຖິງນີ້, ບໍລິສັດຫຸ້ນສ່ວນ Pacific Foods ຈະສົ່ງອອກງວດໝາກລິ້ນຈີ່ ຂອງເມືອງ ລຸກງ້ານ, ແຂວງ ບັກຢາງ ໄປຍັງບັນດາຕະຫຼາດບັນດາປະເທດ ອີຢູ ອື່ນອີກ. ໃນໄລຍະຈະມາເຖິງ, Pacific Foods ຈະສຸມໃສ່ຕະຫຼາດ ເອີລົບ, ຍູ້ແຮງການສົ່ງອອກບັນດາຜະລິດຕະພັນກະເສດທີ່ມີທ່າແຮງຂອງ ຫວຽດນາມ ໄປຍັງຕະຫຼາດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top