• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ່ວຍງານຂອງນາຍົກລັດຖະມົນຕີປະກອບສ່ວນຕັ້ງໜ້າເຂົ້າໃນຜົນສຳເລັດຂອງການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ

      ດ້ວຍທິດນຳທີ່ວ່າສ້າງລັດຖະບານທີ່ໂປ່ງໃສ, ສ້າງສັນ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໄດ້ມີຂໍ້ລິເລີ່ມສ້າງຕັ້ງໜ່ວຍງານຂອງນາຍົກລັດຖະມົນຕີເມື່ອເດືອນສິງຫາ 2016 ແລະ ໜ່ວຍງານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດທິດນຳການເຄື່ອຍໄຫວຂອງ ລັດຖະບານ.
ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທາງອອນລາຍສະຫຼຸດ 5 ປີແຫ່ງການເຄື່ອນໄຫວຂອງໜ່ວຍງານ (ພາບ: VGP)
              ຕອນເຊົ້າວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະຫຼຸບ 5 ປີແຫ່ງການເຄື່ອນໄຫວຂອງໜ່ວຍງານຂອງນາຍົກລັດຖະມົນຕີ. ດ້ວຍທິດນຳທີ່ວ່າສ້າງລັດຖະບານທີ່ໂປ່ງໃສ, ສ້າງສັນ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໄດ້ມີຂໍ້ລິເລີ່ມສ້າງຕັ້ງໜ່ວຍງານຂອງນາຍົກລັດຖະມົນຕີເມື່ອເດືອນສິງຫາ 2016 ແລະ ໜ່ວຍງານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດທິດນຳການເຄື່ອຍໄຫວຂອງ ລັດຖະບານ. ເມື່ອຕີລາຄາສູງເລື່ອງ ໜ່ວຍງານໄດ້ປະຕິບັດ ໜ້າທີ່ທີ່ໄດ້ມອບໝາຍຈາກນາຍົກລັດຖະມົນຕີເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຖືວ່າ ກຸ່ມປະຕິບັດງານໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນອາຍຸການນີ້. ທ່ານນາຍົກລັດຖະມົນຕີ ແລະ ມີການກະທົບໃຫ້ຮູ້ວ່າ:
        ການເຄື່ອນໄຫວຂອງໜ່ວຍງານໄດ້ສ້າງການແຜ່ຂະຫຍາຍຢ່າງຕັ້ງໜ້າຕໍ່ບັນດາກະຊວງ, ທ້ອງຖິ່ນ, ອົງການສຳນັກງານໃນການປະຕິບັດໜ້າທີ່ທີ່ໄດ້ມອບໝາຍ. ມີຫຼາຍກະຊວງ, ທ້ອງຖິ່ນໃນທົ່ວປະເທດໄດ້ສ້າງຕັ້ງໜ່ວຍງານຂອງກະຊວງ, ທ້ອງຖິ່ນຂອງຕົນບົນເນື້ອໃນຈິດໃຈກຸ່ມປະຕິບັດງານຂອງນາຍົກລັດຖະມົນຕີ ເພື່ອກວດກາຄືນໃໝ່, ສົ່ງເສີມບັນດາວຽກງານ, ໜ້າທີ່ຂອງທ້ອງຖິ່ນ ແລະ ກະຊວງ. ເພາະສະນັ້ນ ໜ່ວຍງານແຕ່ຂັ້ນສູງກາງລົງຮອດທ້ອງຖິ່ນ ສາມາດແກ້ໄຂໄດ້ຄວາມຫຍຸ້ງຍາກ, ສິ່ງຕິດຂັດຫຼາຍຢ່າງກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງບັນດາອົງການ, ສະມາຄົມວິສາຫະກິດ ແລະ ປະຊາຊົນ ຕໍ່ລະບົບການບໍລິຫານແຫ່ງລັດໃນອາຍຸການນີ້.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top