• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍວິສາຫະກິດ ຫຼຸດຜ່ອນຄ່າໃຊ້ຈ່າຍ ເພື່ອຟື້ນຟູການຜະລິດ

      ທ່ານ ຫງວຽນກວັກຮຸ່ງ, ເລຂານຸການໃຫຍ່ ສະຫະສະມາຄົມ ທະນາຄານ ໃຫ້ຮູ້ວ່າ, ເພື່ອສະມາດໜູນຊ່ວຍວິສາຫະກິດໃຫ້ເປັນຢ່າງດີ, ລັດຖະບານຄວນເພີ່ມແຫຼ່ງກຳລັງໜຼູນຊ່ວຍ ວິສາຫະກິດຜ່ານຜ່າ ໄລຍະປະສົບກັບຄວາມຫຍຸ້ງຍາກນີ້. 
ເວທີປາໄສ “ໜູນຊ່ວຍວິສາຫະກິດ ຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ"
      ເພື່ອແນໃສ່ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ປະຊາຄົມວິສາຫະກິດ ທີ່ພວມຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດ ເວທີປາໄສດ້ວຍຫົວຂໍ້ວ່າ “ໜູນຊ່ວຍວິສາຫະກິດ ຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ”.
      ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ ໄດ້ເຮັດໃຫ້ວິສາຫະກິດ, ຂົງເຂດຕ່າງໆ ຖືກຜົນສະທ້ອນ. ໃນຂະນະນັ້ນ, ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ ພັດເພີ່ມຂຶ້ນສູງ ເຮັດໃຫ້ວິສາຫະກິດຫຼາຍແຫ່ງ ປະສົບກັບຄວາມຫຍຸ້ງຍາກ ຂຶ້ນຕື່ມ. ເພື່ອແນໃສ່ໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ໄລຍະຜ່ານມາ, ລັດຖະບານໄດ້ຍື່ນສະເໜີຕໍ່ ສະພາແຫ່ງຊາດ ອະນຸຍາດໃຫ້ວິສາຫະກິດ ຫຼຸດ ພາສີລາຍຮັບ ຂອງວິສາຫະກິດລົງ 30% ໃນປີ 2021.
      ທ່ານ ຫງວຽນກວັກຮຸ່ງ, ເລຂານຸການໃຫຍ່ ສະຫະສະມາຄົມ ທະນາຄານ ໃຫ້ຮູ້ວ່າ, ເພື່ອສະມາດໜູນຊ່ວຍວິສາຫະກິດໃຫ້ເປັນຢ່າງດີ, ລັດຖະບານຄວນເພີ່ມແຫຼ່ງກຳລັງໜຼູນຊ່ວຍ ວິສາຫະກິດຜ່ານຜ່າ ໄລຍະປະສົບກັບຄວາມຫຍຸ້ງຍາກນີ້. ທ່ານກ່າວວ່າ:
      ສະພາແຫ່ງຊາດ, ພັກ, ລັດຖະບານ ມີນະໂຍບາຍຫຼາຍສະບັບ ເພື່ອໜູນຊ່ວຍ ວິສາຫະກິດ, ແຕ່ປັດຈຸບັນຕ້ອງມີນະໂຍບາຍປີການເງິນ ດ້ວຍເງິນສົດ ເພື່ອໜູນຊ່ວຍວິສາຫະກິດ. ໃນສະພາບການນີ້ ແມ່ນເພື່ອ ລໍ່ລ້ຽງ ແຫຼ່ງລາຍຮັບນັ້ນ ຕ້ອງສ້າງແຫຼ່ງລາຍຮັບໃຫ້ແກ່ວິສາຫະກິດ, ແຕ້ຖ້າຢາກສ້າງແຫຼ່ງລາຍຮັບໃຫ້ແກ່ວິສາຫະກິດໄດ້ນັ້ນ ທາງກະຊວງ, ຂະແໜງການຕ້ອງເຂົ້າຮ່ວມ, ອົງການຈັດຕັ້ງສິນເຊື່ອໃຫ້ກູ້ຢືມເງິນກໍ່ຕ້ອງມີກົນໄກທີ່ເໝາະສົມ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top