• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທຢາກເຂົ້າເປັນສະມາຊິກ CPTPP

      ປະເທດໄທ ໄດ້ສະແດງຄວາມຫວັງຢາກເຂົ້າເປັນສະມາຊິກຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ປະຈຸບັນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ທ່ານຮອງນາຍົກລັດຖະມົນຕີໄທ ສົມກິດ ຈຣາຕຸສີພິທັກ ແລະ
ທ່ານລັດຖະມົນຕີກະຊວງຟື້ນຟູເສດຖະກິດຍີ່ປຸ່ນ Toshimitsu Motegi 
(ພາບ: Nikkei)
      ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 01 ພຶດສະພາ, ພາຍຫຼັງການພົບປະກັບທ່ານຮອງນາຍົກລັດຖະມົນຕີໄທ ສົມກິດ ຈຣາຕຸສີພິທັກ, ທ່ານລັດຖະມົນຕີກະຊວງຟື້ນຟູເສດຖະກິດຍີ່ປຸ່ນ Toshimitsu Motegi ຢືນຢັນວ່າ ໄທ ໄດ້ຖະແຫຼງຢ່າງຈະແຈ້ງວ່າ ປະເທດນີ້ຢາກເຂົ້າເປັນສະມາຊິກຂອງ CPTPP. ທ່ານໄດ້ຄັດຄຳເວົ້າຂອງທ່ານຮອງນາຍົກລັດຖະມົນຕີໄທ ສົມກິດ ໂດຍໃຫ້ຮູ້ວ່າ, ໄທ ຫວັງວ່າການປະຕິບັດສິ່ງດັ່ງກ່າວ “ຍິ່ງໄວກໍ່ຍິງດີ”. ທ່ານລັດຖະມົນຕີ Motegi ກໍ່ໃຫ້ຮູ້ວ່າ, ບັນດາການເຈລະຈາກ່ຽວກັບການເຂົ້າເປັນສະມາຊິກຂອງໄທ ອາດຈະດຳເນີນພາຍຫຼັງ CPTPP ເລີ່ມມີຜົນສັກສິດ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກແມ່ນຄວາມຈຳເປັນ.
      ກ່ອນໜ້ານັ້ນ, ເມື່ອເດືອນ ມີນາ, ທ່ານ ສົມກິດ ໃຫ້ຂໍ້ສັງເກດວ່າ, ຖ້າຫາກບໍ່ເຂົ້າເປັນສະມາຊິກ CPTPP, ໄທ ຈະສູນເສຍບັນດາກາລະໂອກາດດ້ານການຄ້າ ແລະ ການລົງທຶນ. ທ່ານໃຫ້ຮູ້ວ່າ, ກະຊວງການຄ້າໄທ ພວມຄົ້ນຄວ້າບັນດາຄວາມສະດວກ ແລະ ຄວາມຫຍຸ້ງຍາກຖ້າຫາກເຂົ້າເປັນສະມາຊິກຂອງ CPTPP ນີ້.
 (ແຫຼ່ງຄັດຈາກ VOV)
 

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top