• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂFestival ເຫ້ວ ຄັ້ງທີ X ປີ 2018

      ພິທີໄຂ Festival ເຫ້ວ ຄັ້ງທີ X  ປີ 2018 ດຳເນີນໃນເວລາ 20 ໂມງ ຂອງວັນທີ 27ເມສາ ປີ 2018 ຢູ່ ສະຫນາມຫລວງ ງໍ້ມົນ ເປີດສາກໃຫ້ແກ່ ກວ່າ 100 ເຫດການວັດທະນະທຳສິລະປະຂອງ Festival ເຫ້ວປີ 2018 ຊື່ງຖືກຈັດຂຶ້ນແຕ່ວັນທີ 27 ເມສາ ຮອດວັນທີ 2 ພຶດສະພາ ຢູ່ ນະຄອນ ເຫ້ວ.

ພີທີບູຊາ ຢູ່ເວທີນາມຢາວ
      ລາຍການສະແດງສິລະປະໃນພິທີໄຂ Festival ຈະສຸມໃສ່ສີສັນວັດທະນະທຳສິລະປະພື້ນເມືອງຂອງຊາດ, ໃນນັ້ນ ມີສິລະປະພື້ນເມືອງຂອງ ເຫ້ວ, ສົມທົບກັບບັນດາປະເພດສິລະປະຍຸກສະໄຫມຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອແນໃສ່ເພີ່ມທະວີການໂຄສະນາ ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ພາບພົດ ແລະ ປະເທດຊາດ, ຊາວຫວຽດນາມ ແລະ ຊາວ ເຫ້ວ. ໃນຂອບເຂດບັນດາການເຄື່ອນໄຫວຕົ້ນຕໍຂອງ Festival  ປີ 2018 ນັ້ນ, ຮຸ່ງເຊົ້າວັນທີ 27 ເມສາ, ແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງພີທີບູຊາ ຢູ່ເວທີນາມຢາວ ເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານສົມບູນພູນສຸກ.  ບັນດາການເຄື່ອນໄຫວວັດທະນະທຳສິລະປະໃນຂອບເຂດ Festival ເຫ້ວປີ 2018 ກໍ່ໄດ້ດຳເນີນຢູ່ຫລາຍບ່ອນໃນທົ່ວນະຄອນເຫ້ວໃນມື້ດຽວກັນ. ທ່ານ ຮີ່ງຕຽນດາດ, ຮອງຜູ້ອຳນວຍການສູນ Festival  ເຫ້ວ ໃຫ້ຮູ້ວ່າ:
        “Festival  ເຫ້ວ ປີ 2018 ໄດ້ເຕົ້າໂຮມບັນດາລາຍການທີ່ເປັນເອກະລັກສະເພາະເຕັມໄປດ້ວຍສີສັນວັດທະນະທຳສິລະປະພົ້ນເດັ່ນຂອງຫວຽດນາມ ແລະ 19 ປະເທດໃນໂລກເຂົ້າຮ່ວມ. ໃນນັ້ນ ມີນັກສິລະປິນຫລາຍຄົນ ແມ່ນບັນດາຜູ້ທີ່ມີຊື່ສຽງໃນໂລກ.
        ຄາດວ່າ ມີນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ປະມານ 250.000- 300.000 ເທື່ອຄົນເຂົ້າຮ່ວມ Festival.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top