
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນພິເສດ, ສືບຕໍ່ປະຕິບັດໃຫ້ສົມບູນແບບກ່ຽວກັບວຽກງານບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ແລະ ກະກຽມບຸກຄະລາກອນການນຳຫຼັກແຫຼ່ງ. ທ່ານສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ບັນດາກຳມະການສູນກາງພັກ ຈົ່ງຄົ້ນຄວ້າໃບສະເໜີຂອງກົມການເມືອງ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງຢ່າງລະອຽດ, ປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບວຽກງານບຸກຄະລາກອນ ຄະນະບໍລິຫານງານສູນກາງພັກຊຸດທີ 13; ພ້ອມທັງພິຈາລະນາສະເໜີບຸກຄະລາກອນ 4 ຄົນ ເຂົ້າໃນຕຳແໜ່ງນຳພາຫຼັກແຫຼ່ງໃນຊຸດທີ 13”.
ຄາດວ່າ, ກອງປະຊຸມສູນກາງພັກຄັ້ງທີ 15 ຈະດຳເນີນແຕ່ວັນທີ 16 ມັງກອນ ຫາວັນທີ 18 ມັງກອນ 2021.
(ແຫຼ່ງຄັດຈາກ VOV)